ADB ເຜີຍພິດໂຄວິດເຮັດໃຫ້ປະຊາກອນອາຊຽນ ເກືອບ 5 ລ້ານຄົນຫວ່າງວຽກ-ຢູ່ໃນສະພາບທຸກຍາກ

ທະນາຄານພັດທະນາອາຊີ (ADB) ເປີດເຜີຍວ່າ: ພາກພື້ນອາຊີຕາເວັນອອກສຽງໃຕ້ກຳລັງຜະເຊີນບັນຫາຄວາມທຸກຍາກໃນລະດັບສູງ ເຊິ່ງເປັນຜົນມາຈາກການແພ່ລະບາດຂອງໂຄວິດຫລາຍຮອບທີ່ກະທົບຕໍ່ຕະຫລາດແຮງງານໃນພາກພື້ນ.

ຂໍ້ມູນຂອງ ADB ລະບຸວ່າ: ໃນປີຜ່ານມາ ການແພ່ລະບາດຂອງໂຄວິດໄດ້ທຳລາຍຕຳແໜ່ງງານໃນພາກພື້ນນີ້ໄປກວ່າ 9,3 ລ້ານຕຳແໜ່ງ ແລະ ຍັງຊຸກຍູ້ໃຫ້ປະຊາກອນກວ່າ 4,7 ລ້ານຄົນກາຍເປັນກຸ່ມຄົນທຸກຍາກທີ່ຕ້ອງດຳລົງຊີວິດຢູ່ດ້ວຍເງິນຕໍ່າກວ່າ 1,9 ໂດລາຕໍ່ວັນ.

ເຖິງວ່າຫລ້າສຸດ ADB ຈະຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະຂະຫຍາຍຕົວໄດ້ໃນລະດັບ 5,1% ຈາກອັດຕາການສັກວັກຊີນທີ່ສູງຂຶ້ນ ເຮັດໃຫ້ທຸກປະເທດກັບມາເປີດເສດຖະກິດໄດ້ອີກ, ແຕ່ໄດ້ເຕືອນວ່າ: ໃນກໍລະນີທີ່ມີການລະບາດຂອງເຊື້ອໄວຣັສສາຍພັນໃໝ່ເກີດຂຶ້ນ ອາດເຮັດໃຫ້ການເຕີບໃຫຍ່ຂອງ GDP ຫລຸດລົງໄປຢູ່ລະດັບ 4,3% ໄດ້ເຊັ່ນກັນ.

ເຖິງຢ່າງໃດກໍດີ, ADB ຍັງມີມຸມມອງທາງບວກກ່ຽວກັບການຟື້ນຕົວຂອງອຸດສາຫະກຳທ່ອງທ່ຽວໃນພາກພື້ນຈາກການທີ່ຫລາຍປະເທດເລີ່ມປັບນະໂຍບາຍເປີດຮັບນັກທ່ອງທ່ຽວຫລາຍຂຶ້ນ ເຊິ່ງເລື່ອງນີ້ຈະມີສ່ວນຊ່ວຍກະຕຸ້ນການເຕີບໃຫຍ່ທາງເສດຖະກິດ ແລະ ຫລຸດການວ່າງງານໃນພາກພື້ນລົງໄດ້.

ADB ລະບຸວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດໃນອາຊີຕາເວັນອອກສຽງໃຕ້ເລີ່ມຟື້ນຕົວນັບແຕ່ກາງປີຜ່ານມາ, ແຕ່ຍັງຢູ່ໃນອັດຕາພຽງ 64% ຂອງລະດັບກ່ອນເກີດໂຄວິດ.

ເພື່ອກະຕຸ້ນການຟື້ນຕົວທາງເສດຖະກິດ, ADB ແນະນຳໃຫ້ລັດຖະບານຂອງແຕ່ລະປະເທດໃນພາກພື້ນເພີ່ມການລົງທຶນໃນລະບົບສາທາລະນະສຸກ ໂດຍລະບຸວ່າ: ການຂາດການລົງທຶນໃນລະບົບເບິ່ງແຍງສຸຂະພາບຈະຍິ່ງເຮັດໃຫ້ບັນຫາຄວາມເຫລື່ອມລ້ຳຂອງແຕ່ລະປະເທດຮ້າຍແຮງໄປນຳ.

ໂດຍ ADB ປະເມີນວ່າ: ການເຕີບໃຫຍ່ທາງເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ອາດເພີ່ມຂຶ້ນ 1,5% ຖ້າການໃຊ້ຈ່າຍດ້ານສຸຂະພາບໃນພາກພື້ນນີ້ມີມູນຄ່າເພີ່ມຂຶ້ນຈາກ 3% ຂອງ GDP ໃນປີ 2021 ເປັນ 5% ຂອງ GDP.