ສະຖານທູດໄທ ປະກາດເຕືອນ!ຫ້າມຄົນໄທລັກລອບຂ້າມໄປເຮັດວຽກຢູ່ ສາມລ່ຽມຄຳແຂວງບໍ່ແກ້ວ

ວັນທີ 10 ມີນາ 2022 ຜ່ານມາ ເອກອັກຄະຣາຊະທູດໄທປະຈຳ ນະຄອນຫລວງວຽງຈັນ ສປປ ລາວ ອອກປະກາດແຈ້ງເຕືອນຄົນໄທທີ່ຢູ່ຕາມຈັງຫວັດຊາຍແດນລະຫວ່າງ ລາວ-ໄທ ເຂດແຂວງບໍ່ແກ້ວ ວ່າ: ໃນໄລຍະທີ່ຜ່ານມາທາງສະຖານທູດໄດ້ຮັບລາຍງານວ່າມີຂະບວນການຕົວະຍົວະຄົນໄທ ແລະ ຊາວຕ່າງຊາດ ໃຫ້ເຂົ້າໄປເຮັດວຽກໃນພື້ນທີ່ເຂດເສດຖະກິດພິເສດ ສາມລ່ຽມຄຳ ແຂວງບໍ່ແກ້ວ, ປະເທດລາວ ໂດຍການຮັບສະໝັກເທິງສື່ອອນລາຍ ຫລື ໄດ້ຮັບການຊັກຊວນຈາກນາຍໜ້າທີ່ເປັນຄົນໄທ ໂດຍອ້າງວ່າມີລາຍຮັບ ແລະ ຄ່າຕອບແທນສູງ.

ແຕ່ຄວາມຈິງແລ້ວເມື່ອໄປຮອດເຂດພິເສດສາມລ່ຽມຄຳແລ້ວ ຈະຖືກບັງຄັບໃຫ້ເຊັນສັນຍາທີ່ເປັນພາສາຕ່າງປະເທດ ແລະ ບັງຄັບໃຫ້ເຮັດວຽກທີ່ບໍ່ໄດ້ຕົກລົງກັນໄວ້ ເຊິ່ງຖ້າບໍ່ເຮັດຕາມກໍຈະຖືກຂົ່ມຂູ່ວ່າຈະທຳຮ້າຍຮ່າງກາຍ, ຈຳກັດອິດສະລະພາບ ຫລື ຖືກກັກຂັງ, ຢຶດເອກະສານປະຈຳຕົວ ໄປຈົນເຖິງການຂາຍຕໍ່ໃຫ້ນາຍຈ້າງຄົນອື່ນ.

ດັ່ງນັ້ນ, ສະຖານທູດໄທ ຈຶ່ງແຈ້ງມາຍັງຄົນໄທ ໂດຍສະເພາະຜູ້ທີ່ອາໄສຢູ່ຕາມຈັງຫວັດຊາຍແດນ ຕິດກັບແຂວງບໍ່ແກ້ວ ແລະ ຈັງຫວັດໃກ້ຄຽງ ໃຫ້ເບິ່ງຂໍ້ມູນຢ່າງຮອບຄອບ ຢ່າຫລົງເຊື່ອ ແລະ ຕົກເປັນເຫຍື່ອຂະບວນການຫລອກລວງໄປເຮັດວຽກໃນເຂດດັ່ງກ່າວ ທັງນີ້, ຜູ້ທີ່ເດີນທາງເຂົ້າ ສປປ ລາວ ແບບຜິດກົດໝາຍຈະຖືກສົ່ງກັບປະເທດ ພ້ອມຂຶ້ນບັນຊີດຳຫ້າມເຂົ້າ ສປປ ລາວ ອີກ ແລະ ອາດຈະຖືກດຳເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວ ມີທັງໂທດປັບໃໝ ແລະ ຕັດອິສະລະພາບ.

ສຳລັບແຮງງານໄທ ທີ່ຖືກຕົວະຍົວະມາເຮັດວຽກຢູ່ແລ້ວ ຫາກມີຈຸດປະສົງຕ້ອງການຄວາມຊ່ວຍເຫລືອແມ່ນໃຫ້ຕິດຕໍ່ສະຖານເອກະອັກຄະຣາຊະທູດໄທປະຈຳນະຄອນຫລວງວຽງຈັນໄດ້ທີ່ເບີ 020 5551 2228