ເປີດເຜີຍຄ່າເມື່ອຍທີ່ ແມນຊິຕີ ພ້ອມຈ່າຍໃຫ້ ຮາແລນ

The sun ສື່ຈາກອັງກິດລາຍງານວ່າ ແມນເຊສເຕີ ຊິຕີ ພ້ອມຈ່າຍຄ່າເມື່ອຍມະຫາສານສະຖິຕິສູງສຸດຂອງພຣີເມຍລີກ ຈຳນວນ 500,000 ປອນ ໃຫ້ກັບ ເອີລິງ ເບຣົາ ຮາແລນ ເພື່ອເປັນການເພີ່ມໂອກາດໃຫ້ນັກເຕະເລືອກຍ້າຍມາຫລິ້ນໃນຖິ່ນເອຕີຮັດ ສະເຕດ້ຽມ ໃນໄລຍະລະດູການນີ້.
ດາວເຕະອາຍຸ 21 ປີ ຕົກເປັນເປົ້າຫມາຍຂອງທີມດັງທົ່ວທະວີບຢູໂຣບ ຫລັງຈາກໂຊຟອມຮ້ອນແຮງກັບ ດອດມຸນ ໄດ້ຢ່າງຕໍ່ເນື່ອງ ເຊິ່ງເຊື່ອກັນວ່າສັນຍາຂອງລາວກັບດອດມຸນ ມີເງື່ອນໄຂວ່າໃນລະດູການນີ້ດາວເຕະຊາວນໍເວຈະມີຄ່າຈີກສັນຍາຢູ່ທີ່ 63 ລ້ານປອນ ໂດຍມີລາຍງານວ່າ ແມນຊິຕີ ໄດ້ບັນລຸຂໍ້ຕົກລົງແບບປາກເປ່ົາກັບນັກເຕະໄດ້ແລ້ວ.
ນອກຈາກເລື່ອງຄ່າຈີກສັນຍາແລ້ວ ແມນຊິຕີ ຈະຕ້ອງຈ່າຍຄ່ານາຍຫນ້າສ່ວນຫນຶ່ງໃຫ້ ມີໂນ ໄຣໂອລາ ໂຕແທນຂອງດາວຍິງຄົນເກ່ັງນຳອີກ ເຮັດໃຫ້ນັບລວມຄ່າໃຊ້ຈ່າຍທັງຫມົດແລ້ວພວກເຂົາກໍຈະຕ້ອງຈົກເງິນເປັນຈຳນວນ 100 ລ້ານປອນ ໂດຍຕອນນີ້ມີການຮ່າງເອກະສານຖ້າເອົາໄວ້ເພື່ອທີ່ຈະເຮັດໃຫ້ຜູ້ບໍລິຫານຂອງແມນຊິຕີ ລົງນາມໄດ້ທຸກເວລາ.
ຫລ້າສຸດ ເດິ ຊັນ ລະບຸວ່າ : ແມນຊິຕີ ກຽມທຸ່ມຄ່າເມື່ອຍເປັນສະຖິຕິສູງສຸດໃນພຣີເມຍລີກ ເພື່ອເປັນການເພີ່ມໂອກາດໃຫ້ນັກເຕະຍ້າຍມາຫລິ້ນໃນຖິ່ນເອຕິຮັດ ດ້ວຍຈຳນວນ 500,000 ປອນ/ອາທິດ ເຊິ່ງຈະເຮັດໃຫ້ດາວຍິງນໍເວກາຍເປັນນັກເຕະທີ່ໄດ້ຮັບຄ່າຈ້າງຫລາຍທີ່ສຸດໃນລີກອັງກິດ ແຊງ ຄຣິສຕຽນໂນ ໂຣນັລໂດ ກອງຫນ້າຂອງ ແມນເຊສເຕີ ຢູໄນເຕັດ ແລະ ເຄວິນ ເດິ ບຣອຍ ກອງກາງ ແມນຊິຕີ ທີ່ໄດ້ຮັບຢູ່ທີ່ 385,000/ອາທິດ.

