ເດັກຂາຍເຄື່ອງຊ່ວຍຄອບຄົວໃນວັນພັກຮຽນຜິດບໍ?

ເວລາເຮົາໄປໃນສະຖານທີ່ທ່ອງທ່ຽວຕ່າງໆໃນວັນພັກຜ່ອນເຮົາມັກຈະເຫັນວ່າມີເດັກນ້ອຍຈຳນວນໜຶ່ງ ເລາະຂາຍເຄື່ອງໃຫ້ນັກທ່ອງທ່ຽວຫຼື ນັ່ງຂາຍເຄື່ອງຕາມແຄມທາງ ບັນດາທ່ານອາດສົງໄສວ່າ ກໍລະນີດັ່ງກ່າວຖືວ່າເປັນການໃຊ້ແຮງງານເດັກແບບຜິດ ຫຼື ບໍ່ ບົດຄວາມນີ້ມີຄຳຕອບ

ໃນວັນພັກທ້າຍອາທິດກ່ອນໜ້ານີ້ ຂ້າພະເຈົ້າໄດ້ໄປທ່ຽວສະຖານທີ່ແຫ່ງໜຶ່ງ ເມື່ອເດີນທາງໄປໃກ້ຈະຮອດບ່ອນທ່ອງທ່ຽວ ຂ້າພະເຈົ້າຕ້ອງສະດຸດສາຍຕາເມື່ອແນມເຫັນເດັກນ້ອຍຈຳນວນໜຶ່ງ ນັ່ງຂາຍເຄື່ອງຕາມແຄມທາງ ເຊິ່ງລົດນັກທ່ຽວທີ່ໄດ້ຜ່ານກໍ່ບໍ່ພາດທີ່ຈະແວ່ ເພື່ອເບິ່ງສິນຄ້າທີ່ຫາມາໄດ້ຕາມທຳມະຊາດຕ່າງໆ ເຊັ່ນ: ຈຳພວກ ຜັກ, ໜໍ່ໄມ້, ໝາກໄມ້ຕາມລະດູການ ແລະ ເຄື່ອງປ່າຂອງດົງ ທີ່ພໍ່ແມ່ເຂົາເຈົ້າຊອກຫາມາໄດ້ ເຊິ່ງເປັນທີ່ສົນໃຈຂອງນັກທ່ອງທ່ຽວ ເດັກນ້ອຍເຫຼົ່ານັ້ນມີອາຍຸປະມານ 7-12 ປີ ຈາກການສອບຖາມຄົນໃນບ້ານບອກວ່າ ເຂົາເຈົ້າຈະມານັ່ງຂາຍທຸກໆວັນພັກຮຽນ ຫຼື ເວລາເລີກຮຽນ ແລະ ເມື່ອໄປຮອດສະຖານທີ່ທ່ອງທ່ຽວດັ່ງກ່າວ ຂ້າພະເຈົ້າກໍຍັງເຫັນເດັກນ້ອຍຈຳນວນໜຶ່ງເລາະຂາຍເຄື່ອງໃຫ້ນັກທ່ອງທ່ຽວອີກບາງຄົນກໍທັງເຈ່ຍນ້ອງທັງຫາບເຄື່ອງຂາຍເຊິ່ງເຫັນແລ້ວກໍເປັນຕາອີດູສົງສານ. ຈາກທີ່ກ່າວມານັ້ນ ຖ້າເດັກນ້ອຍໄດ້ຮັບການເຂົ້າໂຮງຮຽນ ມີເວລາພັກຜ່ອນພຽງພໍ ຖືວ່າເປັນສິ່ງທີ່ດີເພາະເດັກຈະໄດ້ຮຽນຮູ້, ໄດ້ມີປະສົບການ ແລະ ຍັງໄດ້ຊ່ວຍວຽກຄອບຄົວ ແຕ່ກົງກັນຂ້າມ ຖ້າຫາກວ່າເດັກນ້ອຍເຫຼົ່ານັ້ນບໍ່ໄດ້ຮັບການສຶກສາ ຖືກພໍ່ແມ່ບັງຄັບໃຫ້ອອກໂຮງຮຽນກ່ອນໄວ ຫຼື ທັງຮຽນ ທັງເຮັດວຽກເກີນເວລາປົກກະຕິ ເພື່ອມາຂາຍເຄື່ອງ ນັ້ນຖືວ່າ ບໍ່ສົມຄວນ.

ອີງຕາມນິຍາມຂອງແຮງງານເດັກໃນກົດໝາຍແຮງງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ກຳນົດໄວ້ວ່າ ແຮງງານເດັກໝາຍເຖິງຜູ້ທີ່ອອກແຮງງານທີ່ມີອາຍຸຕ່ຳກ່ວາ 18 ປີ ທີ່ເຮັດວຽກໃນຂະແໜງການ:

  • ອາຊີບຫຼືສະຖານທີ່ທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ມັນສະໝອງ ຫຼື ຄວາມຮູ້ສຶກຂອງເດັກ
  • ກະທົບຕໍ່ການເຂົ້າໂຮງຮຽນ ຫຼື ບັງຄັບໃຫ້ເດັກຕ້ອງອອກໂຮງຮຽນກ່ອນໄວ
  • ທັງຮຽນທັງເຮັດວຽກໜັກ ແລະ ເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເດັກເສຍໂອກາດໃນການເຂົ້າໂຮງຮຽນ, ເຮັດວຽກເກີນເວລາປົກກະຕິ ລວມທັງເດັກທີ່ມີອາຍຸຕໍ່າກວ່າ 12 ປີ ທີ່ເຮັດວຽກ ເສດຖະກິດໂດຍໄດ້ຮັບຄ່າຕອບແທນ.

ຖ້າອີງຕາມນິຍາມດັ່ງກ່າວການທີ່ເດັກຊ່ວຍວຽກຄອບຄົວພໍ່ແມ່ ເຊັ່ນ: ການຊ່ວຍວຽກພໍ່ແມ່ພາຍໃນເຮືອນ, ບໍ່ວ່າຈະເປັນ ວຽກເຮືອນການຊານ, ການກະກຽມປຸງແຕ່ງອາຫານ, ການລ້າງຖ້ວຍ, ບ່ວງ, ຈານ, ຊາມ, ການຊັກລີດເສື້ອຜ້າ, ການອອກຕະຫຼາດ, ການເບິ່ງແຍງດູແລຄົນໃນຄອບຄົວ, ການອະນາໄມທຳຄວາມສະອາດ, ສ້ອມແປງເຄື່ອງໃຊ້ສອຍໃນຄົວເຮືອນຕ່າງໆ, ຊ່ວຍທຸລະກິດຄອບຄົວ ຫຼື ຫາເງິນເພີ່ມເວລາ ນອກໂມງເຂົ້າຮຽນ ແລະ ເວລາວັນພັກໂຮງຮຽນ ແລະ ບໍ່ໄດ້ເຮັດວຽກທີ່ເປັນອັນຕະລາຍທີ່ກຳນົດໃນຂໍ້ຕົກລົງວ່າດ້ວຍການກຳນົດ ວຽກທີ່ເປັນອັນຕະລາຍ ທີ່ຫ້າມນຳໃຊ້ແຮງງານໄວໜຸ່ມ ເລກທີ 4182/ຮສສ ລົງວັນທີ 23 ພະຈິກ 2016 ຂອງກະ​ຊວງແຮງງານ ແລະ ສະຫວັດດີການສັງຄົມຖືວ່າບໍ່ຜິດ. ແຕ່ຖ້າເດັກຄົນນັ້ນໄປຂາຍເຄື່ອງໝົດມື້ ບໍ່ມີເວລາພັກຜ່ອນ ເຮັດວຽກເກີນເວລາ ເຮັດໃຫ້ເມື່ອຍ ເສຍສຸຂະພາບ ແລະ ບໍ່ສາມາດໄປໂຮງຮຽນໄດ້ ແມ່ນຖືວ່າ ຜິດກົດໝາຍ

ສະນັ້ນ, ຜູ້ໃຫຍ່ທີ່ກຳລັງປະພຶດແບບນີ້ ຄວນຢຸດການໃຊ້ເດັກໄປຂາຍເຄື່ອງເກີນເວລາ ແຕ່ຄວນໃຫ້ເດັກໄດ້ມີເວລາພັກຜ່ອນ, ສົ່ງເສີມໃຫ້ເດັກໄດ້ເຮັດກິດຈະກຳທີ່ມັກ, ມີເວລາຮຽນໜັງສື ເພື່ອໃຫ້ເດັກມີພະລັງກາຍ ພະລັງໃຈ ໄປໂຮງຮຽນ ເພື່ອໃຫ້ເຂົາມີອະນາຄົດທີ່ດີກ່ວາໃນພາຍພາກໜ້າ.

ຂອບໃຈ: ບົດສະເໜີຈາກກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຂຽນໂດຍ: ນາງ ບຸນຄ້ຳ ຈະເລີນສຸກ- ນັກຝຶກອົບຮົມການໂຄສະນາຢຸດໃຊ້ແຮງງານເດັກ