ເຊລຊີ ຂໍປິດສະຫນາມເຕະ ມິດເດິລສະໂບ ເພື່ອຄວາມຍຸດຕິທຳ

ເຊລຊີ ຈັດການຍື່ນຄຳຮ້ອງຂໍລົງແຂ່ງຂັນກັບ ມິດເດິລສະໂບ ໃນການແຂ່ງຂັນເອັຟເອ ຄັພ ຮອບ 8 ທີມສຸດທ້າຍແບບປິດສະຫນາມເຕະແລ້ວ ເຊື່ອຫນ້າຈະເປັນທາງອອກທີ່ຍຸດຕິທຳທີ່ສຸດ ຫລັງບໍ່ສາມາດຂາຍປີ້ໃຫ້ແຟນບານເຊລຊີ ໄດ້ແບບເຕັມໂຄຕາ.
ເຊລຊີ ທີມດັງແຫ່ງພຣີເມຍລີກ ອັງກິດ ຈັດການຍື່ນຄຳຮ້ອງໄປຍັງສະມາຄົມບານເຕະອັງກິດ (ເອັຟເອ) ເພື່ອຂໍລົງແຂ່ງຂັນ ມິດເດິລສະໂບ ຄູ່ແຂ່ງຈາກອີເອັຟແອລ ແຊ໊ມປຽນຊິບ ໃນການແຂ່ງຂັນເອັຟເອ ຄັບ ຮອບກ່ອນຮອງຊະນະເລີດ ວັນເສົານີ້ ແບບບໍ່ເປີດໃຫ້ແຟນບານເຂົ້າຊົມແລ້ວ.
ເຊລຊີ ເບິ່ງວ່າ ການປິດສະຫນາມເຕະໃນເກມກັບ ມິດເດິລສະໂບ ທີ່ສັງວຽນ ຣີເວີໄຊ ສະເຕດຽມ ຄືທາງອອກທີ່ຍຸດຕິທຳທີ່ສຸດ ຫລັງລັດຖະບານອັງກິດສັ່ງຂວຳ້ບາດ ໂຣມັນ ອະບຣາໂມວິດ ເຈົ້າຂອງທີມເຊລຊີ ຈົນເຮັດໃຫ້ພວກເຂົາບໍ່ສາມາດຂາຍບັດເຂົ້າຊົມການແຂ່ງຂັນນັດນີ້ໄດ້ຢ່າງເຕັມໂຄຕາ ທີ່ໄດ້ຮັບສ່ວນແບ່ງມາ 4,620 ໃບ.
ຖະແຫລງການຂອງ ເຊລຊີ ລະບຸວ່າ : ‘‘ ເຊລຊີ ເອຟຊີ ເຂົ້າໃຈດີວ່າ ຜົນລັບທີ່ອອກມາຈະສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ ມິດເດິລສະໂບ ແລະ ແຟນບານຂອງພວກເຂົາເຊ່ັນດຽວກັບແຟນບານຂອງເຮົາ ທີ່ຊື້ປີ້ທີ່ມີຈຳນວນຈຳກັດ ເຊິ່ງຖືກຂາຍໄປຕັ້ງແຕ່ມີບົດລົງໂທດອອກມານັ້ນໄປແລ້ວ ແຕ່ເຮົາເຊື່ອວ່າ ນີ້ຄືວິທີການດຳເນີນການຍຸດຕິທຳທີ່ສຸດພາຍໃຕ້ສະຖານະການແວດລ້ອມແບບນີ້ ’’.

