ອົງການເກັບກູ້ລະເບີດ ແຂວງອັດຕະປື ທໍາລາຍບົມໃຫຍ່ 500 ປອນ

ທ່ານ ໄຊເສດຖາ ໂພສາລາດ ຮອງຜູ້ປະສານງານໂຄງການເກັບກູ້ລະເບີດແຂວງອັດຕະປື ເປີດເຜີຍໃນວັນທີ 11 ມີນາ 2022 ວ່າ: ຈາກຈຸດພິກັດຂອງລະເບີດບໍ່ທັນແຕກຊະນິດບົມໃຫຍ່ 500 ປອນ Mk82 ທີ່ຕົກຄ້າງໃນປາງສົງຄາມ ຢູ່ເຂດບ້ານນໍ້າຊວນ ເມືອງພູວົງ ອາດຈະເປັນອັນຕະລາຍຮ້າຍແຮງຕໍ່ຊິວິດ, ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນພາຍໃນບ້ານຈໍານວນໜຶ່ງ ເຊັ່ນ: ຕາໜ່າງໄຟຟ້າ, ເສົາສັນຍາເຄືອຂ່າຍຢູນີເທວ ຈຶ່ງໄດ້ຍົກຍ້າຍປະຊາຊົນອອກຈາກຈຸດພິກັດ ກ່ອນທໍາລາຍລະເບີດຂະໜາດໃຫຍ່ນີ້ໄດ້ຢ່າງສຳເລັດ ແລະ ຮັບປະກັນຄວາມປອດໄພທຸກປະການ.

