ສປປ ລາວ ກຽມປັບລາຄານໍ້າມັນເຊື້ອໄຟທຸກໆ 5-7 ມື້

ກະຊວງອຸດສາຫະກຳ ແລະ ການຄ້າ ຈະປັບລາຄານໍ້າມັນເຊື້ອໄຟຈາກ 15 ວັນມາເປັນ 5-7 ວັນຖ້າສະ ພາບຕົ້ນທຶນ ກໍຄືລາຄາຂອງຜູ້ສະໜອງຢູ່ຕ່າງປະເທດຍັງແພງກວ່າລາຄາໂຄງສ້າງທີ່ຈັດຕັ້ງປະຕິບັດປັດຈຸບັນ. ຂະນະທີ່ອີກ 1-2 ອາທິດ ອາດບໍ່ມີນໍ້າມັນພຽງພໍກັບຄວາມຕ້ອງການຊົມໃຊ້.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫກຳ ແລະ ການຄ້າ ໃຫ້ສຳພາດສື່ມວນຊົນໃນວັນທີ 13 ມີນາ 2022 ຊີ້ແຈງວ່າ: ຈາກການຄາດຄະເນຈະປັບລາຄານໍ້າມັນເຊື້ອໄຟຈາກ 15 ວັນມາເປັນ 5-7 ວັນນັ້ນເປັນໄປຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ ແລະ ລາຄານໍ້າມັນເຊື້ອໄຟພາຍໃນປະເທດ ຕ້ອງໄດ້ປັບແພງຂຶ້ນ.

ແນວໃດກໍດີ, ຂະແໜງການລັດທີ່ກ່ຽວຂ້ອງຈະເລັ່ງຄົ້ນຄວ້າວິທີທາງເພື່ອຫລຸດຜ່ອນ ເຊັ່ນ: ການຫລຸດກອງທຶນບູລະນະທາງຫລວງ ຫລື ກອງທຶນທາງ, ການກໍານົດວິທີການຈັດເກັບລາຍຮັບຂອງລັດດ້ານພັນທະພາສີ, ອາກອນຕ່າງໆ ເປັນສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນເປັນລະບົບ ແລະ ບໍ່ຂຶ້ນສູງຫລາຍເກີນໄປ.

ທີ່ມາ: ຂປລ