ແມນຢູ ຫວັງປະກາດຜູ້ຈັດການທີມໃໝ່ໃນເດືອນຫນ້າ

ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວຫວັງວ່າຈະສາມາດປະກາດຊື່ຜູ້ຈັດການທີມຄົນໃຫມ່ໄດ້ພາຍໃນທ້າຍເດືອນເມສານີ້ ໂດຍທີ່ ເມົາຣີຊີໂອ ໂປເຊັດຕີໂນ ຂອງສະໂມສອນ ປາຣີ ແຊັງ ແຊັກແມັງ ແລະ ເອຣິກ ເທນ ຮາກ ຂອງອາແຈັກ ຍັງເປັນຕົວເລືອກ ແຕ່ເຊື່ອວ່າ ແມນຢູ ພວມຕິດຕາມສະຖານະການຂອງ ໂທມັສ ທູເຄິລ ຈາກເຫດການວິກິດທີ່ເຊລຊີເຊັ່ນດຽວກັນ.

ໂປເຊັດຕີໂນ ຫາກໍພາ ເປແອສເຊ ຕົກຮອບຢູຟາ ແຊ໊ມປຽນ ລີກ ກາຍເປັນຂ່າວລືວ່າອາດຖືກປົດອອກຈາກຕຳແຫນ່ງ ຂະນະທີ່ ຣາຟ ຣັງນິກ ຜູ້ຈັດການທີມຊ່ົວຄາວ ຍັງວາດຝັນວ່າຈະໄດ້ເຊັນສັນຍາຄຸມທີມຖາວອນ ເພາະແມນຢູ ຍັງຄົງມີໂອກາດໄດ້ແຊ໊ມແຊມປຽນ ລີກ ຢູ່.

ແຜນການທີ່ແມນຢູວາງໄວ້ນັ້ນ ຕ້ອງການໃຫ້ຜູ້ຈັດການທີມຄົນຕໍ່ໄປມີເວລາກຽມຕົວຫລາຍຂຶ້ນ ສຳລັບໄລຍະຕະຫລາດຊື້ຂາຍນັກເຕະ ເພາະເຖິງຕອນນີ້ ຍັງບໍ່ຈະແຈ້ງວ່າ ໃຜຈະເປັນຜູ້ຮັບຜິດຊອບການຊື້-ຂາຍ ການເຈລະຈາສ່ວນຕົວ ແລະ ການວາງແຜນງານລະດູການຫນ້າ.

ຫາກທຸກຢ່າງດຳເນີນໄປຕາມແຜນ ກໍຈະເປັນການແຕ່ງຕັ້ງຜູ້ຈັດການທີມໄລຍະລະດູການທີ່ໄວທີ່ສຸດ ນັບຕັ້ງແຕ່ການຈາກໄປຂອງ ເຊີ ອາເລັກ ເຟີກູສັນ ໃນປີ 2013 ເດວິດ ມອຍ ຖືກຢືນຢັນວ່າເປັນຜູ້ສືບທອດຕຳແຫນ່ງໃນວັນທີ 9 ພຶດສະພາ ແຕ່ບໍ່ໄດ້ເລີ່ມເຮັດວຽກ ຈະວັນທີ 1 ກໍລະກົດ, ຫລຸຍ ຟານ ກັລ ໄດ້ຮັບການປະກາດວັນທີ 19 ພຶດສະພາ 2014 ແຕ່ຕ້ອງຖ້າຈົນຮອດຫລັງຈາກບານໂລກ ແລະ ໂຈເຊ ມູຣິນໂຢ ໄດ້ຮັບການປະກາດເປັນຜູ້ຈັດການທີມ 27 ພຶດສະພາ 2016.