ຄວາມສຸກສ້າງໄດ້ຈາກເຮົາເອງ

ແນ່ນອນ ທຸກຄົນ ລ້ວນແຕ່ປາຖະໜາຢາກມີຊີວິດຄອບຄົວທີ່ມີຄວາມສຸກຍາວນານ, ແຕ່ຕ້ອງເຂົ້າໃຈຄຳວ່າ: ຄວາມສຸກທີ່ຍາວນານນັ້ນເປັນແນວໃດ? ຄວາມສຸກມີ 2 ປະເພດຄືຄວາມສຸກທາງກາຍ ແລະ ຈິດໃຈ ໂດຍຄວາມສຸກທາງກາຍນັ້ນສ່ວນຫລາຍເປັນການເສບຄວາມສຸກເພື່ອຕອບສະໜອງຄວາມຕ້ອງການທາງຮ່າງກາຍ ແລະ ປະສາດສຳພັດຕ່າງໆ,ເປັນ ຄວາມສຸກສ່ວນໂຕທີ່ເກີດຂຶ້ນໄດ້ບໍ່ດົນເທົ່າໃດຈາກການມີສິ່ງກະຕຸ້ນເຊັ່ນການຊີມອາຫານ, ເບິ່ງຮູບເງົາ, ຟັງເພງ ຫລື ອື່ນໆ. ຂະນະທີ່ຄວາມສຸກທາງຈິດໃຈຄືການມີຊັບສົມບັດ, ອຳນາດ, ຊື່ສຽງ, ໜ້າຕາ ໃນສັງຄົມ ເຊິ່ງສ່ວນຫລາຍແມ່ນຄວາມສຸກທີ່ຕ້ອງອາໄສປັດໄຈພາຍນອກ, ແຕ່ເນື່ອງຈາກປັດໄຈພາຍນອກເປັນສິ່ງບໍ່ແນ່ນອນ ແລະ ຫຍຸ້ງຍາກທີ່ຈະເຮັດໃຫ້ເກີດຄວາມຍາວນານຢູ່ໄດ້.

ດັ່ງນັ້ນ, ຄວາມສຸກທາງຈິດໃຈທີ່ຍາວນານຄວນຈະເປັນຄວາມສຸກຈາກພາຍໃນທີ່ບໍ່ຕ້ອງອາໄສປັດໄຈພາຍ ນອກ, ແຕ່ເປັນຄວາມຮູ້ສຶກທີ່ມີຄຸນຄ່າ, ເຊື່ອໝັ້ນຄຸນຄ່າຂອງຕົນເອງຈາກພາຍໃນເພື່ອເຮັດໃຫ້ສາມາດດຳ ລົງຊີວິດຕໍ່ໄປຢ່າງມີຄວາມສຸກ. ຂໍຍົກບາງຕົວຢ່າງ ດັ່ງຄົນພິການ ພວກເຂົາຕ່າງຮູ້ວ່າຕົນເອງມີຄຸນຄ່າ ສາ ມາດທຳມາຫາກິນລ້ຽງຊີບໂດຍຕົນເອງໃນຫລາຍຮູບການ, ບາງຄົນ ຮ່ວມກັນຕັ້ງຮ້ານນວດ, ແຕ້ມຮູບ ຫລື ຮ້ອງເພງ ແລະ ອື່ນໆຢ່າງສ້າງສັນ ສ້າງຄຸນປະໂຫຍດໃຫ້ແກ່ຕົນເອງ ແລະ ຜູ້ອື່ນໄດ້ ເຊິ່ງແຕກຕ່າງກັບຜູ້ທີ່ເຊື່ອໝັ້ນຄຸນຄ່າຂອງຕົນເອງໜ້ອຍ, ບາງຄົນນອກຈາກພະຍາຍາມແລ່ນນຳວັດຖຸແລ້ວ ຍັງໃຊ້ວິທີເຮັດໃຫ້ຕົນເອງຢູ່ໄດ້ ຫລື ເບິ່ງຄົນອື່ນຕ່ຳຕ້ອຍ ຫລື ບໍ່ດີເດັ່ນກວ່າຕົນເອງ ແລະ ຈ້ອງເບິ່ງຈຸດອ່ອນ, ຂໍ້ບົກພ່ອງຂອງຄົນອື່ນຫລາຍກວ່າຈະໄປຈ້ອງເບິ່ງຈຸດດີ ແລະ ຄວາມດີ ເພື່ອຄວາມສະບາຍໃຈຂອງຕົນເອງວ່າ” ເຮົາ ກໍບໍ່ໄດ້ດ້ອຍກວ່າໝູ່ເທົ່າໃດ”. ການແກ້ໄຂບັນຫາແບບນີ້ເປັນສິ່ງບໍ່ສ້າງສັນທັງຈະສ້າງບັນຫາພາຍໃນ ຄອບ ຄົວ ຫລື ພາຍໃນບ້ານໂດຍສະເພາະບັນຫາການພົວພັນລະຫວ່າງຄົນຕໍ່ຄົນໄດ້ງ່າຍ ເຊັ່ນ ຂັດແຍ່ງ ຫລືຜິດຖຽງກັນ.

ແນວໃດກໍດີ, ການເບິ່ງເຫັນຄຸນຄ່າຂອງຕົນເອງ, ຮູ້ສຶກດີຕໍ່ຕົນເອງ ກໍໍບໍ່ແມ່ນເລື່ອງງ່າຍປານໃດ, ມີຄວາມສະຫລັບຊັບຊ້ອນສົມຄວນເນື່ອງຈາກຜູ້ໜຶ່ງມີບົດບາດຫລາຍດ້ານ, ໃສ່ໝວກຫລາຍໜ່ວຍ ແລະ ຕ້ອງການຈະໃຫ້ໄດ້ດີທຸກດ້ານ ບໍ່ວ່າຈະເປັນລູກທີ່ດີ, ອ້າຍເອື້ອຍທີ່ດີ, ນ້ອງທີ່ດີ, ພໍ່ແມ່ທີ່ດີ, ລຸງປ້າອາວອາ ປູ່ຍ່າຕາຍາຍທີ່ດີ ຫລື ຫລານທີ່ດີ. ສະນັ້ນຄວາມສາມາດເບິ່ງເຫັນຄຸນຄ່າຕົນເອງ ແລະ ຍອມຮັບຕົນເອງຈະໜ້ອຍ ຫລື ຫລາຍພຽງໃດ ກໍຂຶ້ນກັບຄອບຄົວ, ຜູ້ທີ່ເຕີບໃຫຍ່ມາໃນບັນຍາກາດຄອບຄົວທີ່ດີທີ່ບໍ່ໄດ້ໝາຍຄວາມວ່າ ຄອບຄົວມີຖານະດີ, ແຕ່ໝາຍເຖິງຄອບຄົວທີ່ມີບັນຍາກາດອົບອຸ່ນເຂົ້າໃຈກັນ, ເອົາໃຈໃສ່ຄວາມຮູ້ສຶກຂອງສະມາຊິກໃນຄອບຄົວ, ໃຫ້ກຽດ ແລະ ໃຫ້ຄວາມສຳຄັນກັນເຮັດໃຫ້ເກີດຄວາມຮູ້ສຶກດີຕໍ່ຕົນເອງ, ເຊື່ອໝັ້ນວ່າ” ຕົນມີຄຸນຄ່າ, ມີຂໍ້ດີ ແລະ ສາມາດຕໍ່ສູ້ກັບບັນຫາທີ່ເກີດຂຶ້ນໃນຊີວິດຂອງຕົນເອງ” ເຊິ່ງຖືວ່າໂຊກດີ, ມີໂອກາດມີຄວາມສຸກໃນຊີວິດໄດ້ດີ.

ເມື່ອເບິ່ງເຫັນ ແລະ ຍອມຮັບຄຸນຄ່າໂຕເອງ ກໍບໍ່ຕ້ອງໄປປຽບທຽບໃສ່ຄົນອື່ນຕະຫລອດ, ການເບິ່ງໂລກ ແລະ ສິ່ງແວດລ້ອມທາງບວກ ກໍງ່າຍ, ບໍ່ກັງວົນ, ໃຫ້ອະໄພກັນໄດ້ງ່າຍ, ມີນ້ຳໃຈເອື້ອເຟື້ອເພື່ອແພ່ ແລະ ນ້ຳໃຈແບ່ງປັນກັນໄດ້ງ່າຍ ຈຶ່ງມີຄວາມສຸກທັງໃນຊີວິດຮັກ ແລະ ຄອບຄົວຕະຫລອດໄປ. ສຳລັບຄອບຄົວທີ່ມີຕົ້ນທຶນທາງຈິດໃຈໜ້ອຍ ໝາຍຄວາມວ່າ ໃຈບໍ່ກວ້າງ ຫລື ຄັບແຄບ ກໍມີໂອກາດສ້າງບັນຫາໄດ້ຫລາຍຂຶ້ນ ເຊິ່ງກໍ່ບໍ່ເປັນຫຍັງເນື່ອງຈາກຄວາມສາມາດເບິ່ງຄຸນຄ່າ ແລະ ຍອມຮັບຕົນເອງເປັນສິ່ງທີ່ພັດທະນາໄດ້, ແຕ່ການພັດທະນາ ຕອນໃຫຍ່ຂຶ້ນ ອາດຈະຫຍຸ້ງຍາກຫລາຍກວ່າໄວເດັກນ້ອຍ ບໍ່ໝາຍຄວາມວ່າຈະເຮັດບໍ່ໄດ້, ຖ້າມີຄວາມພະຍາຍາມ ແລະ ປະຕິບັດສຳເລັດຖືວ່າ ເປັນການຊະນະໃຈຕົນເອງ ແລະ ກຸ້ມຄ່າແລ້ວ ເນື່ອງຈາກຈະເຮັດໃຫ້ຊີວິດພາຍໃນຄອບຄົວຜູ້ນັ້ນທຸກໜ້ອຍລົງ ແລະ ຄ່ອຍມີຄວາມສຸກຫລາຍຂຶ້ນ. ການສ້າງຄວາມດີ ຈະສົ່ງຜົນເຮັດໃຫ້ຄົນຢູ່ອ້ອມຂ້າງເຮົາມີຄວາມສຸກ ແລະ ມີອາລົມດີ.