ຟີວຂາດ! ປະທານ ປາຣີສ ບຸກເຂົ້າຫ້ອງຜູ້ຕັດສິນ ທໍາລາຍສິ່ງຂອງ ຫຼັງເສຍໃຫ້ ຣຽວ ມາດຣິດ

ປະທານສະໂມສອນບໍ່ພໍໃຈກັບການປະຕິບັດໜ້າທີ່ຂອງຜູ້ຕັດສິນ. ເຖິງຂັ້ນບຸກເຂົ້າໄປໃນຫ້ອງແຕ່ງໂຕຫຼັງເກມ ແລະ ມີອຸປະກອນເສຍຫາຍຍ້ອນພຶດຕິກໍາຂອງເຂົາ
ນາສເຊີ ອັລ-ເຄໄລຟີ ປະທານສະໂມສອນ ປາຣີສ ແຊັງ-ເຊີແມັງ ໄດ້ບຸກເຂົ້າໄປໃນຫ້ອງແຕ່ງຕົວຂອງຜູ້ຕັດສິນຫຼັງເກມ ແລະ ທໍາລາຍອຸປະກອນຂອງຜູ້ຊ່ວຍຜູ້ຕັດສິນເສຍຫາຍ ຕາມການລາຍງານຈາກຜູ້ຕັດສິນຫຼັງຈາກເກມ ຢູຟ່າ ແຊ້ມປ້ຽນລີກຄືນທີ່ຜ່ານມາ
ປາຣີສ ເປັນຝ່າຍຂຶ້ນນໍາກ່ອນ 1-0 ຈາກການຍິງປະຕູຂອງ ຄີລຽນ ເອັມປັບເປ້, ແຕ່ຖືກ ຄາຣິມ ເບນເຊມ່າ ຊັດຄົນດຽວ 3 ປະຕູ ໃນເຄິ່ງເວລາທີສອງເຮັດໃຫ້ ຣຽວ ມາດຣິດ ຊະນະ 3-1 ພ້ອມເຂົ້າສູ່ຮອບຕໍ່ໄປດ້ວຍປະຕູລວມ 3-2. ຢ່າງໃດກໍຕາມ, ປະຕູທໍາອິດຂອງຫົວຫອກຊາວຝຣັ່ງເສດໄດ້ກາຍເປັນຂໍ້ຖົກຖຽງຕາມມາ ເມື່ອ ປາຣີສ ຮູ້ສຶກວ່າ ຈານລຸຍຈິ ດອນນາຣຸມມາ ຜູ້ຮັກສາປະຕູຂອງພວກເຂົາໄດ້ຖືກເຮັດຟາວກ່ອນທີ່ ຄາຣິມ ເບນເຊມ່າ ຈະຍິງໄດ້ ຈົນເຮັດໃຫ້ ອັລ-ເຄໄລຟີ ບໍ່ພໍໃຈຢ່າງໜັກ
ຫຼັງຈາກຈົບເກມ, ປະທານ ປາຣີສ ໄດ້ພະຍາຍາມບຸກເຂົ້າໄປໃນຫ້ອງແຕ່ງຕົວຂອງຜູ້ຕັດສິນ ໂດຍມີ ເລໂອນາໂດ້ ຢູ່ທາງຂ້າງ. “ອັລ-ເຄໄລຟີ ແລະ ເລໂອນາໂດ້ ພຶດຕິກໍາທີ່ຮຸກແຮງ ແລະ ພະຍາຍາມເຂົ້າໄປໃນຫ້ອງແຕ່ງຕົວຂອງຜູ້ຕັດສິນ ເມື່ອຜູ້ຕັດສິນຂໍໃຫ້ພວກເຂົາອອກໄປ ປະທານຂອງສະໂມສອນໄດ້ທໍາລາຍອຸປະກອນຂອງຜູ້ຊ່ວຍໜຶ່ງຈົນເສຍຫາຍ ” ລາຍງານຂອງຜູ້ຕັດສິນ.
ນອກຈາກນັ້ນ, ອີງຕາມການລາຍງານຂອງສື່ສະເປນ Marca, ພຶດຕິກໍາດັ່ງກ່າວຂອງ ອັລ-ເຄໄລຟີ ໄດ້ຖືກພະນັກງານຄົນໜຶ່ງໃນ ຣຽວ ມາດຣິດ ເກັບຮູບໄວ້ໄດ້ ແລະ ອາດໄດ້ມີການສົ່ງວິດີໂອດັ່ງກ່າວຈະຖືກສົ່ງໄປຫາ ຢູຟ່າ ເພື່ອລົງໂທດຕໍ່ໄປ.
