ທາບທາມປະກອບຄຳເຫັນປັບປຸງບາງມາດຕາໃສ່ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດທີ່ແຂວງໄຊຍະບູລີ

ລະຫວ່າງວັນທີ 10-11 ມີນາ 2022, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມ ທາບທາມປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນຂອງລັດ ທີ່ແຂວງໄຊຍະບູລີ, ໂດຍການເປັນປະທານຮ່ວມຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງໄຊຍະບູລີ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 10 ແຂວງພາກເໜືອ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງຂອງພະແນກການພາຍ 10 ແຂວງພາກເໜືອເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຄົ້ນຄ້ວາປຶກສາຫາລື ແລະ ທາບທາມປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດ ໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນຂອງລັດ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕົວຈິງຢູ່ທ້ອງຖິ່ນກຽວກັບວຽກງານການຄຸ້ມຄອງຊັບສິນແຫ່ງລັດ, ດັ່ງທີ່ຮູ້ນຳກັນແລ້ວວ່າວຽກງານຄຸ້ມຄອງຊັບສິນແຫ່ງລັດໃນໄລຍະຜ່ານມາເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ແລະ ການຄຸ້ມຄອງກໍ່ຍັງບໍ່ທັນຄົບຖ້ວນທີ່ກົດໝາຍວ່າດ້ວຍຊັບສິນຂອງລັດໄດ້ກຳນົດໄວ້, ບໍ່ທັນສອດຄ່ອງກັບສະພາບການຕົວຈິງ ແລະ ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະເຮັດໃຫ້ການຄຸ້ມຄອງຊັບສິນແຫ່ງລັດມີການສະເໜີປັບປຸງ ຈາກສະບັບທີ່ສອງທີ່ໄດ້ປັບປຸງຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2012 ຊຶ່ງປະກອບມີ 10 ພາກ, 4 ໝວດ ແລະ 72 ມາດຕາ ໄດ້ກຳນົດການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຄຸ້ມຄອງຊັບສິນ ແລະ ໄດ້ນຳໃຊ້ມາຈົນເຖິງປັດຈຸບັນ.

ສະນັ້ນ, ໃນຮ່າງກົດໝາຍດັ່ງກ່າວແມ່ນໄດ້ມີການປັບປຸງດ້ານເນື້ອໃນເພີ່ມຕື່ມ 11 ມາດຕາໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນແຫ່ງລັດ, ເພື່ອໃຫ້ມີເນື້ອໃນກວ້າງຂວາງຂຶ້ນເປັນຕົ້ນແມ່ນການອະທິບາຍຄຳສັບ, ການຄຸ້ມຄອງຊັບສິນຂອງລັດ, ການຫັນຊັບສິນເປັນທຶນ, ການແລກປ່ຽນ, ການປ່ຽນສິດຄຸ້ມຄອງລັດຖະສົມບັດ, ການນຳໃຊ້ສາທາລະນະສົມບັດ, ການຖອນຄືນຊັບສິນຂອງລັດ, ການສະສາງຊັບສິນຂອງລັດ, ແຫຼ່ງລາຍຮັບຈາກຊັບສິນຂອງລັດ, ສິດ ແລະ ໜ້າທີ່ຂອງກະຊວງການເງິນ, ສິດ ແລະ ໜ້າທີ່ຂອງພະແນກການເງິນ ແຂວງ, ນະຄອນ, ພ້ອມທັງເພີ່ມເນື້ອໃນເຂົ້າອີກ 4 ມາດຕາເປັນຕົ້ນ: ການຖອນຄືນຊັບສິນຂອງລັດເປັນການຖອນຄືນຊັບສິນແຫ່ງລັດ, ການສະສາງຊັບສິນຂອງລັດມາເປັນການສະສາງຊັບສິນແຫ່ງລັດ, ແຫຼ່ງລາຍຮັບຈາກຊັບສິນຂອງລັດເປັນແຫຼ່ງລາຍຮັບຈາກຊັບສິນແຫ່ງລັດ, ສິດ ແລະ ໜ້າທີ່ຂອງພະແນກການເງິນແຂວງ, ນະຄອນເປັນສິດ ແລະ ໜ້າທີ່ຂອງພະແນກການເງິນແຂວງນະຄອນຫຼວງວຽງຈັນ.

ກອງປະຊຸມບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 10 ແຂວງພາກເໜືອ, ບັນດາຫົວໜ້າ-ຮອງຫົວໜ້າພະແນກ, ຂະແໜງຂອງພະແນກການຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນຂອງລັດ ຕື່ມນໍາອີກ.