ບໍ່ຄວນເບິ່ງຂ້າມເລື່ອງນ້ອຍໆ

ການກິນເປັນເລື່ອງທີ່ປ່ອຍປະລະເລີຍບໍ່ໄດ້ ເຊິ່ງຖ້າທ່ານໃດກິນອາຫານຈົນລືມຄໍານຶງເຖິງສຸຂະພາບ ໝາຍຄວາມວ່າ ກິນຕາມໃຈປາກ ຢາກຕາມໃຈທ້ອງແລ້ວ ທ່ານຮູ້ ຫລືບໍ່ວ່າ ພຶດຕິກໍາເຫລົ່ານີ້ຈະສົ່ງຜົນຕໍ່ບັນຫາສຸຂະພາບໄລຍະຍາວ ແລະ ເພື່ອບໍ່ຢາກໃຫ້ສຸຂະພາບອ່ອນເພຍ ຮ່າງກາຍຊຸດໂຊມກ່ອນໄວອັນຄວນ ຂໍສະເໜີວິທີກິນແນວໃດເພື່ອໃຫ້ສຸຂະພາບດີ ແລະ ເປັນສິ່ງທີ່ີບໍ່ຄວນເບິ່ງຂ້າມ
- ກິນຜັກ ໝາກໄມ້ ເປັນອາຫານຫລັກ
ອາຫານຈໍາພວກທັນຍາຫານ ຜັກ ແລະ ໝາກໄມ້ ນອກຈາກເປັນແຫລ່ງຂອງວິຕາມິນ ແຮ່ທາດ ແລະ ຄາໂບໄຮເດຣດແລ້ວ ຍັງເປັນກຸ່ມອາຫານທີ່ມີໄຂມັນຕໍ່າ ເຮັດໃຫ້ອີ່ມດົນເພາະມີໃຍອາຫານຫລາຍ. ນອກ ນີ້ໃຍອາຫານຍັງມີຄຸນສົມບັດຊ່ວຍການຂັບຖ່າຍ ແລະ ດູດຊຶມສານພິດໃນລຳໄສ້ ໂດຍຂັບອອກມາພ້ອມກັບອາຈົມ ເຊິ່ງຈະຊ່ວຍປ້ອງກັນການສະສົມຂອງສານພິດ ແລະ ຫລຸດອາການເຈັບກະເພາະ, ລິດສີດວງ ແລະ ອັດຕາສ່ຽງຂອງມະເຮັງລຳໄສ້ໃຫຍ່ໄດ້.
2. ກິນເທື່ອລະໜ້ອຍ ແຕ່ກິນຫລາຍເທື່ອ
ວິທີນີ້ສາມາດເຮັດໃຫ້ກະເພາະບໍ່ເມື່ອຍຈຶ່ງຊ່ວຍຫລຸດອາການອາຫານບໍ່ຍ່ອຍ ແລະ ເຮັດໃຫ້ລະດັບຮໍໂມນທີ່ຄວບຄຸມນ້ຳຕານໃນເລືອດບໍ່ຂຶ້ນ-ລົງ, ຈະເຮັດໃຫ້ບໍ່ຢາກນອນ ແລະ ບໍ່ຢາກກິນຈຸກຈິກ. ຂະນະທີ່ການກິນອາຫານຫລາຍຈະເຮັດໃຫ້ກະເພາະຂອງເຮົາຂະຫຍາຍອອກ.
3. ເລືອກກິນແຕ່ໄຂມັນຊັ້ນດີ
ການທີ່ຮ່າງກາຍຍັງຕ້ອງການໄຂມັນນັ້ນກໍເພື່ອເປັນພະລັງງານສ້າງຄວາມອົບອຸ່ນຊ່ວຍໃນການເຮັດວຽກຂອງສະໝອງ ແລະ ເປັນອົງປະກອບຂອງຮໍໂມນຕ່າງໆ ລວມທັງຊ່ວຍດູດຊຶມວິຕາມິນເອ, ດີ ເຊິ່ງໄຂມັນທີ່ດີ ຄືໄຂມັນທີ່ບໍ່ອີ່ມຕົວ ສ່ວນຫລາຍຈະມີຢູ່ດອກຕາເວັນ, ນ້ຳມັນສາລີ, ນ້ຳມັນໝາກກອກ…
4. ຢ່າປ່ອຍໃຫ້ຫິວເກີນໄປ
ການປ່ອຍໃຫ້ຕົນເອງຫິວດົນ ຈະນຳໄປສູ່ພະຍາດຮ້າຍ ເພາະຄວາມຫິວກະຕຸ້ນຮ່າງກາຍໃຫ້ຫລັ່ງຮໍໂມນຄວາມຕຶງຄຽດ ເຊິ່ງຖ້າເກີດຂຶ້ນເປັນປະຈຳ ຈະເຮັດໃຫ້ເກີດຄວາມດັນເລືອດສູງ, ພະຍາດຫົວໃຈ ຫລື ເບົາ ຫວານໄດ້ ລອງຄວບຄຸມຄວາມຫິວໂດຍການແບ່ງຄາບອາຫານຈາກມື້ລະ 3 ຄາບ ເປັນ 5-6 ຄາບ.
5. ຫລີກອາຫານເຄັມ
ອາຫານສ່ວນຫລາຍທີ່ມີເກືອໂຊດຽມເປັນອົງປະກອບໃນປະລິມານຫລາຍ ບໍ່ວ່າຈະເປັນນ້ຳປາ, ອາຫານດອງ… ເຖິງວ່າໂຊດຽມຈະມີປະໂຫຍດຊ່ວຍຄວບຄຸມປະລິມານນ້ຳ ຄວາມດັນເລືອດໃນຮ່າງກາຍ, ແຕ່ການໄດ້ຮັບໂຊດຽມຫລາຍເກີນໄປຈະເຮັດໃຫ້ເກີດຄວາມດັນເລືອດສູງໄດ້.
6. ກິນນໍ້າຕານໃຫ້ພໍດີ
ອາຫານໃນກຸ່ມຄາໂບໄຮເດຣດ ເຊັ່ນ ທາດແປ້ງ ແລະ ນໍ້າຕານ ເມື່ອເຂົ້າສູ່ຮ່າງກາຍ ແລະ ຜ່ານການຍ່ອຍ ຈະໄດ້ນ້ຳຕານຊະນິດໜຶ່ງຄື “ກູໂກສ” ເປັນສານທີ່ໃຫ້ພະລັງງານຕໍ່ຮ່າງກາຍ, ແຕ່ຖ້າມີຫລາຍຈົນເກີນໄປ ມັນຈະປ່ຽນເປັນໄຂມັນສະສົມ ຈຶ່ງບໍ່ເປັນຜົນດີຕໍ່ສຸຂະພາບ.
7. ເຊົາກິນໄປຫລິ້ນໄປ
ການກິນອາຫານແບບນີ້ ເຮັດໃຫ້ກິນຫລາຍຂຶ້ນໂດຍບໍ່ຮູ້ໂຕເຖິງວ່າຈະກິນອີ່ມແລ້ວ ຫລື ລົດຊາດຂອງອາຫານບໍ່ແຊບກໍຕາມ ເຮັດໃຫ້ຜູ້ກິນອາຫານເພີດເພີນຈະເລີນອາຫານຫລາຍກວ່າປົກກະຕິ.
8. ຢ່າຟ້າວດື່ມນ້ຳ
ການດື່ມນ້ຳຫລາຍເຮັດໃຫ້ເກີດສະພາບນ້ຳເປັນພິດເນື່ອງຈາກເລືອດຈາງ ຮ່າງກາຍຈຶ່ງຂັບໄລ່ໂພແທັດຊຽມ ອອກຈາກເຊວ ເພື່ອປັບຄວາມສົມດູນນ້ຳທັງໃນ ແລະ ນອກເຊວ. ຜົນທີ່ຕາມມາຄື ຈັງ ກ້າມຊີ້ນເຄັ່ງ.ເມື່ອສະໝອງ ຫົວໃຈ ຫລື ປອດເຄັ່ງ ຈະເຮັດໃຫ້ການຫາຍໃຈລົ້ມແຫລວ ແລະ ເສຍຊີວິດໄດ້.
9. ງົດດື່ມຊາ ກາເຟ ເຄື່ອງດື່ມທີ່ມີຄາເຟອິນ
ຜູ້ມີອາການປວດຫລັງ ບໍ່ຄວນດື່ມຊາ ກາເຟ ເພາະຄາເຟອິນ ຈະຫລັ່ງສານເອັນດໍຟິນ ເຊິ່ງເປັນສານທຳມະຊາດທີ່ຮ່າງກາຍຜະລິດຂືຶ້ນມາ ຈະເຮັດໃຫ້ເກີດອາການປວດຕາມອະໄວຍະວະ.
10. ກິນໝາກໄມ້ 1 ຢ່າງຫລັງອາຫານ
ກິນແອັບເປິນ ຫລັງອາຫານ ຊ່ວຍເພີ່ມປະລິມານນ້ຳລາຍ ເຊິ່ງເປັນສ່ວນສຳຄັນໃນການຫລຸດແບັດທີເຣຍໃນຊ່ອງປາກ ແລະ ເຮັດໃຫ້ເຫືອກແຂງແຮງ, ການກິນໝາກນັດ ແລະ ໝາກຫຸ່ງກ່ອນອາຫານ 2-3 ປ່ຽງຈະດີຕໍ່ກະເພາະອາຫານ ເພາະມີເອັນໄຊຊ່ວຍຍ່ອຍ ຈຶ່ງຊ່ວຍໃຫ້ກະເພາະຍ່ອຍອາຫານໄດ້ງ່າຍຂຶ້ນ.
11. ກິນອາຫານບໍ່ຜ່ານການແປຮູບ
ການກິນຜັກ, ໝາກໄມ້ສົດ ເຮັດໃຫ້ເຮົາອາຍຸຍືນ ເນື່ອງຈາກອາຫານເຫລົ່ານີ້ບໍ່ໄດ້ຜ່ານຂະບວນການແປຮູບທັງບໍ່ມີສານພິດຕົກຄ້າງ ເຮັດໃຫ້ຮ່າງກາຍສາມາດນໍາໄປໃຊ້ປະໂຫຍດໄດ້ໄວ ແລະ ຖ້າກິນອາຫານແປຮູບທຸກຊະນິດ, ໝັກດອງ (ອາຫານເຫລົ່ານີ້ຕ້ອງຜ່ານຂະບວນການຫລາຍຮູບແບບ ຫລື ໃສ່ສານກັນບູດເພື່ອແກ່ຍາວອາຍຸອາຫານໃຫ້ໃຊ້ໄວ້ດົນ) ເມື່ອກິນແລ້ວ ສານພິດຕ່າງໆກໍຈະສະສົມຫລາຍຂຶ້ນ.
12. ກິນຊ້າໆບໍ່ຕ້ອງກິນໄວ
ການຮີບກິນອາຫານເຮັດໃຫ້ເອັນໄຊສຳລັບຍ່ອຍອາຫານໃນນ້ຳລາຍ ແລະ ກະເພາະອາຫານບໍ່ມີເວລາເຮັດວຽກໄດ້ຢ່າງເຕັມສ່ວນ ອາດຈະເຮັດໃຫ້ກ້າມຊີ້ນໃນລະບົບທາງເດີນອາຫານຢຸດເຮັດວຽກ ແລະ ລະບົບຍ່ອຍອາຫານເຮັດວຽກບໍ່ເຕັມສ່ວນ.
13. ກິນຊີ້ນທີ່ຍ່ອຍງ່າຍ
ຈາກການສຶກສາຂອງມະຫາວິທະຍາໄລລອນດອນປະເທດອັງກິດ ພົບວ່າ ຖ້າມື້ໃດກິນຊີ້ນສັດຫລາຍ ກໍບໍ່ຄວນກິນໝາກໄມ້ອີກ ເພາະກວ່າຊີ້ນຈະຍ່ອຍໝົດຕ້ອງໃຊ້ເວລາດົນ ເຮັດໃຫ້ໝາກໄມ້ໄປຄ້າງຢູ່ກະເພາະ ອາດເຮັດໃຫ້ເຈັບກະເພາະໄດ້.
14. ກິນເຂົ້າເຊົ້າທີ່ບຳລຸງສະໝອງ
ເຂົ້າເຊົ້າເປັນສິ່ງສຳຄັນທີ່ສຸດເພາະຮ່າງກາຍບໍ່ມີສານອາຫານມາດົນຫລາຍຊົ່ວໂມງ ການບໍ່ກິນເຂົ້າເຊົ້າຫລາຍຄາບ ຈະເຮັດໃຫ້ຮ່າງກາຍຂາດສານອາຫານ ແລະ ອັດຕາການເຜົາໄໝ້ ແຄລໍລີຫລຸດລົງ. ດັ່ງນັ້ນຈຶ່ງຕ້ອງຕື່ມພະລັງຍາມເຊົ້າໂດຍອາຫານທີ່ມີຄຸນຄ່າ.
- 15. ຫລຸດການກິນນ້ຳໝາກໄມ້ເຂັ້ມຂຸ້ນ
ຖ້າບໍ່ຢາກມີກົດໃນກະເພາະຫລາຍເກີນໄປ ຄວນຫລຸດການດື່ມນ້ຳໝາກໄມ້ເຊັ່ນ: ໝາກນາວ, ໝາກກ້ຽງ ຫລື ຖ້າຫລຸດບໍ່ໄດ້ ຄວນກິນຈາງໆ ໂດຍການປະສົມນ້ຳ.
ເມື່ອໃຫ້ຄວາມສຳຄັນເລື່ອງກິນແລ້ວ ກໍບໍ່ຄວນລະເຫລີງການເບິ່ງແຍງສຸຂະພາບດ້ານອື່ນໆບໍ່ວ່າຈະເປັນ ການພັກຜ່ອນຢ່າງພຽງພໍ, ການອອກກຳລັງກາຍທີ່ສະໝໍ່າສະເໝີ ເພື່ອຫລີກຄວາຕຶງມຄຽດ ພຽງເທົ່ານີ້ທ່ານກໍພ້ອມຮັບມືກັບທຸກສະຖານະການໄດ້ແລ້ວ.

