ອາຟຣິກາໃຕ້ ເຜີຍເສດຖະກິດເຕີບໃຫຍ່ 4,9% ໃນປີ 2021

ວັນທີ 9 ມີນາ 2022,​ ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ໄຣເຊນກາ ມາລູເລເກ ຜູ້ຊ່ຽວຊານດ້ານສະຖິຕິຂອງອາຟຣິກາໃຕ້ ເຜີຍວ່າລວມຍອດຜະລິດຕະພັນພາຍໃນ (GDP) ຂອງອາຟຣິກາໃຕ້ ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ໄຕມາດຕໍ່ໄຕມາດ ໃນໄຕມາດທີ 4 ຂອງປີ 2021 ສົ່ງຜົນໃຫ້ການເຕີບໃຫຍ່ໝົດປີຂອງເສດຖະກິດຢູ່ທີ່ 4,9%.

ທ່ານ ມາລູເລເກ ກ່າວວ່າ: ພາກສ່ວນທີ່ມີອັດຕາການເຕີບໃຫຍ່ສູງສຸດ ໄດ້ແກ່ ບໍ່ແຮ່ (11,8%), ກະສິກຳ (8,3%) ແລະ ການຜະລິດ (6,6%), ແຕ່ເສດຖະກິດທີ່ເຕີບໃຫຍ່ໃນປີ 2021 ນັ້ນ ສ່ວນຫລາຍໄດ້ຮັບແຮງໜຸນຈາກກິດຈະກຳທາງເສດຖະກິດທີ່ເພີ່ມຫລາຍຂຶ້ນ ໃນດ້ານການເງິນ, ບໍລິການສ່ວນບຸກຄົນ ແລະ ການຜະລິດ ເຊິ່ງມີສ່ວນສະໜັບສະໜູນການເຕີບໃຫຍ່ 0,9 ຈຸດ, 0,8 ຈຸດ ແລະ 0,8 ຈຸດ ຕາມລຳດັບ.

ເຖິງຢ່າງໃດກໍດີ, ທ່ານ ມາລູເລເກ ລະບຸວ່າ: ເຖິງວ່າຈະມີການເຕີບໃຫຍ່ ແຕ່ເສດຖະກິດຂອງອາຟຣິກາໃຕ້ຍັງຢູ່ລະດັບໃກ້ຄຽງໄຕມາດທີ 3 ຂອງປີ 2017. ຂະນະທີ່ໃນປີ 2020 ເສດຖະກິດຂອງປະເທດຫລຸດລົງ 6,4%.