ອົກຫັກກັນທົ່ວຫນ້າ, ເຫລືອພຽງ 2 ທີມທີ່ມີໂອກາດໄດ້ລາຍເຊັນ ຮາແລນ ລະດູການນີ້

‘‘ The Athletic’’  ສື່ຊື່ດັງຂອງອັງກິດລາຍງານຂ່າວວ່າ ແມນເຊສເຕີ ຊິຕີ ສະໂມສອນໃຫຍ່ແຫ່ງພຣີເມຍລີກອັງກິດ ແລະ ເຣອັນ ມາດຣິດ ສະໂມສອນດັງແຫ່ງ ລາ ລີກາ ສະເປນ ຄືທີມທີ່ມີໂອກາດຫລາຍທີ່ສຸດ ເອີຣິງ ຮາແລນ ກອງຫນ້າທີມຊາດນໍເວ ຂອງສະໂມສອນ ໂບຣຸສເຊຍ ດອດມຸນ ໄປຮ່ວມທີມໃນລະດູການນີ້.

ສຳລັບ ຮາແລນ ອາຍຸ 21 ປີ ຍິງໃຫ້ດອດມຸນໄປແລ້ວ 80 ປະຕູ ຈາກການລົງຫລິ້ນ 79 ນັດ ນັບຕັ້ງແຕ່ຍ້າຍມາຈາກ ເຣດບູລ ຊັລບວກ ເມື່ອເດືອນມັງກອນປີ 2020 ສ່ວນລະດູການນີ້ຍິງໄປແລ້ວ 23 ປະຕູ ກັບອີກ 6 ແອສຊິສ ຈາກການລົງຫລິ້ນ 20 ນັດ ລວມທຸກລາຍການ ສົ່ງຜົນໃຫ້ລາວມີຂ່າວໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນທົ່ວຢູໂຣບ ໂດຍນັກເຕະຈະມີຄ່າຈີກສັນຍາຢູ່ທີ່ 63 ລ້ານປອນ ເມື່ອລະດູການນີ້ຈົບລົງ.

ທັງນີ້ ລາຍງານຫລ້າສຸດຈາກສື່ດັ່ງກ່າວລະບຸວ່າ : ເວລານີ້ເຫລືອພຽງ ແມນເຊສເຕີ ຊິຕີ ກັບ ເຣອັນ ມາດຣິດ ເທົ່ານັ້ນ ທີ່ເປັນ 2 ທີມທີ່ມີໂອກາດຈະໄດ້ ຮາແລນ ໄປຮ່ວມທີມຫລາຍທີ່ສຸດ ສົ່ງຜົນໃຫ້ ແມນເຊສເຕີ ຢູໄນເຕັດ, ລີເວີພູລ, ບາເຊໂລນາ ແລະ ປາຣີສ ແຊັງ ແຊັກແມັງ ອາດຈະຕ້ອງອົກຫັກຫມົດໂອກາດຈະໄດ້ຈອມຖະຫລົ່ມປະຕູຄົນນີ້ໄປເສີມທີມລະດູການນີ້.