ກອງກຳລັງເວເນຊູເອລາຕາມຈັບ ກຸ່ມກະບົດຫລັງໂຈມຕີຖານທັບ
ປະທານາທິບໍດີ ນິໂກລັສ ມາດູໂຣ ຂອງເວເນຊູເອລາ ຖະແຫລງວ່າ: ປັດຈຸບັນກອງທັບໄດ້ລະດົມກຳລັງອອກຕິດຕາມກຸ່ມກະບົດຈຳນວນໜຶ່ງທີ່ຫລົບໜີໄປໄດ້ ຫລັງກໍ່ເຫດໂຈມຕີຖານທັບຢູ່ເມືອງວາເລນເຊຍ ທາງຕາເວັນຕົກສຽງເໜືອຂອງປະເທດ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 1 ຄົນ.
ຫລັງເຫດໂຈມຕີຖານທັບສະຫງົບລົງ ແລະ ກອງທັບລັດຖະບານເຂົ້າຄວບຄຸມສະຖານະການໄວ້ໄດ້ ປາກົດວ່າກຸ່ມກະບົດດັ່ງກ່າວຖືກຈັບໄດ້ 7 ຄົນ ຈາກຈຳນວນຜູ້ກໍ່ເຫດທັງໝົດປະມານ 20 ຄົນ ເຊິ່ງໃນຈຳນວນນີ້ມີນາຍທະຫານຍົດຮ້ອຍຕີຜູ້ໜຶ່ງ ເຊິ່ງມີການປະຕິບັດໜ້າທີ່ໄປກ່ອນໜ້ານີ້ລວມຢູ່ນຳ, ສ່ວນຜູ້ຮ່ວມກໍ່ເຫດທີ່ເຫລືອເປັນພົນລະເຮືອນ ເຊິ່ງເອົາເຄື່ອງແບບທະຫານມາໃສ່.
ຜູ້ນຳກຸ່ມກະບົດທີ່ລະບຸຊື່ຕົນເອງວ່າ: ຮວນ ຄາກົວຣິປາໂນ ກ່າວວ່າ: ພວກຕົນ ຫລື ກອງພົນນ້ອຍທີ 41 ບໍ່ໄດ້ພະຍາຍາມກໍ່ການລັດຖະປະຫານ, ແຕ່ເປັນການຮ່ວມມືກັນລະຫວ່າງທະຫານ ແລະ ພົນລະເຮືອນ ເພື່ອກອບກູ້ຄວາມສະຫງົບຮຽບຮ້ອຍຂອງການປົກຄອງຕາມບົດບັນຍັດລັດຖະທຳມະນູນກັບຄືນມາ.
ມີລາຍງານວ່າ: ຂະນະເກີດເຫດໂຈມຕີຖານທັບຢູ່ເມືອງມາເລນເຊຍ ໄດ້ມີປະຊາຊົນກຸ່ມໜຶ່ງໃນເມືອງກໍ່ການປະທ້ວງຂຶ້ນ ເພື່ອສະໜັບສະໜູນກຸ່ມກະບົດນຳເຊັ່ນກັນ, ແຕ່ຖືກເຈົ້າໜ້າທີ່ສະຫລາຍການຊຸມນຸມດ້ວຍແກັສນ້ຳຕາ.
ສ່ວນປະທານາທິບໍດີ ມາດູໂຣ ໄດ້ກ່າວຍ້ອງຍໍກອງທັບທີ່ສາມາດຕອບໂຕ້ກຸ່ມກະບົດ ແລະ ຢຸດສະຖານະການໄດ້ຢ່າງວ່ອງໄວ ແລະ ໄດ້ກ່າວວ່າ: ເຫດການຄັ້ງນີ້ເປັນການໂຈມຕີກໍ່ການຮ້າຍໂດຍກຸ່ມທະຫານຮັບຈ້າງ ເຊິ່ງໄດ້ຮັບການໜູນຫລັງຈາກຜູ້ນຳກຸ່ມຕໍ່ຕ້ານລັດຖະບານໃນອາເມລິກາ ແລະ ໂກລົມບີ, ທ່ານໃຫ້ຄຳໝັ້ນວ່າຈະຕາມຈັບກຸມຄົນເຫລົ່ານີ້ມາໃຫ້ໄດ້ທັງໝົດ.

