ຄໍາຄົມດີໆ ຈາກບັນດານັກປັດຊະຍາຂອງໂລກ

- ຢ່າຄິດວ່າໂອກາດດີໆຈະມາເຄາະປະຕູເຮືອນເຖິງສອງຄັ້ງ. (ໂດຍ ແຊມຟໍຣ໌ດ)
- ການກະທໍາທີ່ຍິ່ງໃຫຍ່ທັງຫຼາຍ ບອກໃຫ້ເຮົາຮູ້ວ່າ ໂລກເປັນສົມບັດຂອງທຸກຄົນໃນໂລກ (ໂດຍ ແອມເມີຣ໌ສັນ)
- ທ່ານຕ້ອງຄິດໃນສິ່ງທີ່ທ່ານຕ້ອງການ ແລ້ວໃນທີ່ສຸດທ່ານຕ້ອງເຮັດໃນສິ່ງທີ່ທ່ານຕ້ອງຄິດ (ໂດຍ ບໍຣ໌ ນາຣ໌ດ ຊໍຣ໌)
- ບໍ່ມີຫຍັງໃຫມ່ໃນດວງຕາເວັນນີ້ ນອກຈາກເລື່ອງທີ່ທ່ານບໍ່ຮູ້ (ໂດຍ ແຮຣີ່ ເອສ ທຣູແມນ)
- ບໍ່ແມ່ນສະຖານທີ່ ທີ່ເຮັດໃຫ້ມະນຸດສະຫງ່າງາມ ມະນຸດຕ່າງຫາກ ທີ່ເຮັດໃຫ້ສະຖານທີ່ສະຫງ່າງາມຍິ່ງຂຶ້ນ (ໂດຍ ອະເຈສິເລອ໌ສ)
- ຖ້າຈະໃຫ້ມີຄວາມສຸກສໍາລານຢ່າງຈິງຈັງ ກໍຕ້ອງນັ່ງຢູ່ກາງໆ ລະຫວ່າງຮັ່ງມີກັບຄວາມທຸກ (ໂດຍ ເວນວານິຊ)
- ເຖິງມາຊ້າ ກໍຂຶ້ນຊື່ວ່າມາ (ໂດຍ ເຢຍລະມັນ)
- ສຽງຈະໝົດສະເໜ່ ເມື່ອບໍ່ມີຄວາມຈິງໃຈໃນສິ່ງທີ່ເວົ້າອອກມາ (ໂດຍ ເບີຣ໌ ນາວ໌ດ ຊໍວ໌)
- ເວລາມີປີກບິນໄດ້ ແລະ ພາເຮົາໄປນໍາ ເຊິ່ງຂະນະທີ່ເຮົາເວົ້າຢູ່ ກໍກຽມພ້ອມແລ້ວທີ່ຈະຈາກເຮົາໄປ (ໂດຍ ບັງໂລ)
- ໂຊກດີຍ່ອມເກີດແກ່ຄົນທີ່ມີຄວາມຄິດດີ, ມີກໍາລັງໃຈເຂັ້ມແຂງ, ໄຝ່ຝັນ ພ້ອມກັບທຸ່ມເທກໍາລັງກາຍ ສະຕິປັນຍາທັງໝົດໃນວຽກງານໜັກເຫຼົ່ານັ້ນ (ໂດຍ ສາສະໜາກັບຊີວິດ)
- ຊີວິດຄືຄວາມຊື່ສັດ (ໂດຍ ຂົງຈື້)
- ຄວາມກ້າເປັນສິ່ງນໍາທາງຂອງຊີວິດ (ໂດຍ ວໍເວນນາຣ໌ດ)
- ສິ່ງທີ່ທ່ານບໍ່ຕ້ອງການໃຫ້ຜູ້ອື່ນເຮັດແກ່ທ່ານ ຈົ່ງຢ່າເຮັດສິ່ງນັ້ນແກ່ຜູ້ອື່ນ (ໂດຍ ຂົງຈື້)
- ຄວາມເປັນຢູ່ຂອງທ່ານ ທີ່ປາດຖະໜາພຽນໝັ່ນຢູ່ຄົນດຽວ ປະເສີດກວ່າຄວາມເປັນຢູ່ຂອງຜູ້ກຽດຄ້ານໄຮ້ຄວາມພຽນລໍຖ້າຢູ່ຮ້ອຍປີ (ໂດຍ ພຸທຣ)
- ຄວາມສໍາເລັດ ເກີດຈາກຄວາມອົດທົນອັນເດັດດ່ຽວ (ໂດຍ ຣອລໂລປ)
- ຂຽນປັດຊະຍາສິບຫົວ ຍັງງ່າຍກວ່ານໍາຫຼັກການພຽງຢ່າງດຽວໃນປັດຊະຍາມາປະຕິບັດ (ໂດຍ ຕອລສະຕອຍ)
- ເຮົາຈະວັດຄຸນຄ່າຂອງຄົນໄດ້ ດ້ວຍການສັງເກດວ່່າເຂົາໄດ້ໃຊ້ເວລາໃນວັນໜຶ່ງໆໄປທາງໃດ (ໂດຍ ເອເມີຣ໌ສັນ)
- ລົ້ມມື້ນີ້ ມື້ໜ້າອາດລຸກຂຶ້ນໄດ້ (ໂດຍ ເຊີຣ໌ ເວນຕີສ)
- ຄວາມກຽດຄ້ານ ເປັນອາວຸດຂ້າຕົນເອງ (ໂດຍ ອັງກິດ)
- ສິ່ງໃດຜິດສິ່ງໃດຖືກ, ແມ່ນຫຍັງດີແມ່ນຫຍັງບໍ່ດີ ຈະຕັດສິນໄດ້ດ້ວຍປະສົບການທີ່ຜ່ານມາແລ້ວໃນຊີວິດ (ໂດຍ ເຈດສ໌)
- ພື້ນທີ່ກວ້າງ ບໍ່ສໍາຄັນເທົ່າໃຈກວ້າງ (ໂດຍ ວໍຣ໌ປວິງ)
- ໃນຄວາມສໍາຄັນທັງຫຼາຍ ຜົນຈະດີ ຫຼື ຮ້າຍຢູ່ທີ່ເລື່ອງນ້ອຍໆ (ໂດຍ ນະໂປລຽນ)
- ຫົນທາງແຫ່ງຄວາມກ້າວໜ້າຂອງຄົນເຮົາ ກໍຄືການພະຍາຍາມເຮັດຕົນເອງໃຫ້ດີຂຶ້ນທຸກວິທີທາງເທົ່າທີ່ຕົນສາມາດ ບໍ່ຕ້ອງສົນໃຈວ່າ ໃຜຈະດູໝິ່ນປະໝາດ ຫຼື ເຢີ້ຍຫຍັນຕົນບໍ່ວ່າປະການໃດໆ (ໂດຍ ລິນຄອລ໌ນ)
- ນໍ້າຢອດນ້ອຍໆ, ຊາຍເມັດນ້ອຍໆ ລວມກັນເປັນມະຫາສະໝຸດ ແລະ ແຜ່ນດິນໃຫຍ່ (ໂດຍ ຈູເລີນ ຄາຣ໌ເນຢ໌)
- ຈະເປັນຜູ້ທີ່ມີສຸກທີ່ແທ້ຈິງໄດ້ ກໍຄືຜູ້ເຊິ່ງໄດ້ຊ່ວຍເຫຼືອ ແລະ ໄດ້ຮັບຄວາມຊ່ວຍເຫຼືອ (ໂດຍ ອັລເບີຣ໌)
- ຕ້ອງການເຮັດຫຍັງໃຫ້ດີ ຕ້ອງການເຮັດດ້ວຍຕົນເອງ (ໂດຍ ວິນລ່ຽ ເພນເຕີຣ໌)
- ໃຊ້ຄົນໃຫ້ເໝືອນໃຊ້ໄມ້ ຖ້າຂຸໄປໜ້ອຍດຽວ ຢ່າໂຍນຖິ້ມໝົດທ່ອນ (ໂດຍ ຈີນ)
- ຜູ້ທີ່ມີຊັບ ຕ້ອງຮູ້ວ່າຊັບນັ້ນ ຈະເປັນເຄື່ອງໃຫ້ຄວາມສຸກແກ່ໂລກໄດ້ພຽງໃດ (ໂດຍ ມະຫາຕະມະ)
- ຜູ້ທີ່ເປັນນາຍຂອງຄວາມອົດທົນ, ອົດກັ້ນ ຈະຕ້ອງເປັນນາຍຂອງທຸກໆສິ່ງ (ໂດຍ ລອຣ໌ດ ຮາລິແຟດສ໌)
- ຂ້ອຍມີຫວັງ ຕາບໃດທີ່ຂ້ອຍຍັງມີລົມຫາຍໃຈຢູ່ (ໂດຍ ຊີຊາຣ໌)

