ໂອບາເຜີຍວ່າມີຄວາມສຸກຫຼາຍ ຫຼັງຍ້າຍໜີອາເຊນໍລໄປບາຊ່າ

ປີແອ-ເອເມີຣິກ ໂອບາເມຍອງ ກອງໜ້າຂອງ ບາເຊໂລນ່າ ໄດ້ໃຫ້ສຳພາດກັບສື່ຂອງຝຣັ່ງວ່າ ຕົນເອງຮູ້ສຶກໄດ້ກັບບ້ານອີກຄັ້ງ ຫຼັງໄດ້ມາຮ່ວມຖິ່ນ ແຄ້ມນູ ແລະ ກໍາລັງເຮັດຜົນງານໄດ້ດີໃນຂະນະນີ້.
ດາວຍິງ ໄວ 32 ປີ ອອກຈາກອາເຊນໍລ ສະໂມສອນຍັກໃຫຍ່ຈາກ ພຣີເມຍລີກ ທີ່ຜ່ານມາ ໂດຍຖືກ ໄມເຄິລ ອາເຕຕາ ໄລ່ອອກຈາກທີມ ແລະ ຖືກສັ່ງຫ້າມຍຸ້ງກ່ຽວກັບທີມຊຸດໃຫຍ່ ເນື່ອງຈາກພຶດຕິກຳທີ່ບໍ່ເໝາະສົມ.
ຫລັງຈາກທີ່ຍ້າຍມາຫຼີ້ນກັບ ບາເຊໂລນ່າ ແບບບໍ່ມີຄ່າຕົວ ໃນເດືອນມັງກອນທີ່ຜ່ານມາ, ໂອບາເມຍອງ ໄດ້ກັບມາລະເບີດຟອມຍິງໄປແລ້ວ 5 ປະຕູຈາກການລົງຫຼິ້ນ 6 ນັດ, ໂດຍເຈົ້າຕົວໃຫ້ການສຳພາດກັບ beINSports Fran. X ກ່ຽວກັບອາຊີບບານເຕະໃນສະເປນວ່າ “ສິ່ງຕ່າງໆແມ່ນໄປໄດ້ດີພາຍໃຕ້ການເບີ່ງແຍງຂອງ ຊາວີ ລາວເປັນຕໍານານ ແລະ ຊ່ວຍສະໂມສອນໄດ້ຢ່າງຫຼວງຫຼາຍ, ບາຊ່າ ສົມຄວນທີ່ຈະຢູ່ຂຶ້ນມາຢູ່ໃນແຖວຫນ້າ ແລະ ຂ້ອຍດີໃຈຫຼາຍໆທີ່ໄດ້ຢູ່ທີ່ນີ້ເພາະຂ້ອຍໄດ້ກັບບ້ານອີກຄັ້ງຫນຶ່ງ ເພາະວ່າຂ້ອຍມີເຊື້ອສາຍແອສປາໂຍນມາຈາກແມ່.”
“ພໍ່ຕູ້ຂອງຂ້ອຍມາຈາກ ແອັດເລຕິໂກ ແລະ ຂ້ອຍຫວັງວ່າບໍ່ວ່າລາວຈະມາຈາກໃສ ລາວຈະພູມໃຈທີ່ເຫັນຂ້ອຍຫຼິ້ນໃນລີກນີ້. ນີ້ແມ່ນລີກທີ່ມີການແຂ່ງຂັນທີ່ດີສໍາລັບຂ້ອຍເພາະມັນເຮັດໃຫ້ຂ້ອຍສາມາດເປີດເຜີຍຄວາມສາມາດຂອງຂ້ອຍ ເມື່ອທ່ານເຂົ້າໄປໃນ ແຄັມນູ, ມັນຄ້າຍຄືກັບອິກມິຕິໜຶ່ງ. ຂ້ອຍຮູ້ສຶກມີຄວາມສຸກກັບມັນຫຼາຍ,” ໂອບາເມຍອງ ກ່າວ.

