ໂຄວິດ-19 ຂ້າຊີວິດຄົນທົ່ວໂລກແລ້ວ 6 ລ້ານຄົນ ຂະນະທີ່ການລະບາດເຂົ້າສູ່ປີທີ 3

ຈຳນວນຜູ້ເສຍຊີວິດຈາກໂຄວິດທົ່ວໂລກສູງເຖິງ 6 ລ້ານຄົນແລ້ວ ນັບແຕ່ການແພ່ລະບາດເລີ່ມຂຶ້ນເມື່ອເກືອບ 3 ປີກ່ອນ ເຖິງວ່າໂອມິຄຣອນຈະເຮັດໃຫ້ຫລາຍປະເທດມີຈຳນວນຜູ້ເສຍຊີວິດຫລຸດລົງ, ແຕ່ບາງປະເທດຕົວເລກເພີ່ມສູງຢ່າງຕໍ່ເນື່ອງ.
ວັນທີ 6 ມີນາ 2022, ມະຫາວິທະຍາໄລຈອນຮອບກິນ ໃນອາເມລິກາ ທີ່ມີການເກັບສະຖິຕິຕົວເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ຢ່າງຕໍ່ເນື່ອງ ນັບແຕ່ເກີດການແພ່ລະບາດເມື່ອທ້າຍປີ 2019 ລະບຸວ່າ: ຈຳນວນຜູ້ເສຍຊີວິດຈາກທຸກປະເທດລວມກັນສູງເຖິງ 6 ລ້ານຄົນແລ້ວ ໂດຍອາເມລິກາມີຈຳນວນຜູ້ເສຍຊີວິດຫລາຍທີ່ສຸດ 1 ລ້ານຄົນ ເຖິງວ່າຈະມີການສັກວັກຊີນໃນອັດຕາສູງ ແລະ ມີອຸປະກອນທາງການແພດຄົບຖ້ວນ.
ລາຍງານລະບຸວ່າ: ເຖິງວ່າຕອນນີ້ຫລາຍປະເທດຈະເລີ່ມມີຕົວເລກຜູ້ເສຍຊີວິດຫລຸດລົງ ແລະ ເລີ່ມມີການເປີດເສດຖະກິດ, ເປີດການທ່ອງທ່ຽວ ແລະ ຍົກເລີກໃສ່ຜ້າປິດປາກໃນບ່ອນສາທາລະນະ, ແຕ່ຫລາຍປະເທດເຂດເອີຣົບ ຄືໂປແລນ, ຮົງກາລີ, ໂຣມາເນຍ ແລະ ປະເທດຕ່າງໆ ທາງເຂດຕາເວັນອອກຂອງເອີຣົບ ຍັງມີຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມສູງ ແລະ ຍັງຕ້ອງເປີດຮັບບັນດາຜູ້ອົບພະຍົບນັບລ້ານຄົນຈາກຢູເຄຣນທີ່ກຳລັງມີໄພສົງຄາມ.
ທັງນີ້, ນັບແຕ່ການແພ່ລະບາດເລີ່ມຂຶ້ນ ໂລກຕ້ອງໃຊ້ເວລາເຖິງ 7 ເດືອນ ກວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນເຖິງ 1 ລ້ານຄົນ ແຕ່ຈາກນັ້ນອີກພຽງ 4 ເດືອນຕໍ່ມາ ຈຳນວນຜູ້ເສຍຊີວິດກໍເພີ່ມຂຶ້ນອີກ 1 ລ້ານ ລວມເປັນ 2 ລ້ານຄົນ ຈົນເຂົ້າສູ່ໄລຍະການແພ່ລະບາດຮຸນແຮງ ອັດຕາຜູ້ເສຍຊີວິດທຸກໆ 1 ລ້ານຄົນຕໍ່ 3 ເດືອນ.
ເຖິງຢ່າງໃດກໍຕາມ, ກ້າວເຂົ້າສູ່ທ້າຍເດືອນຕຸລາ 2021 ຈຳນວນຜູ້ເສຍຊີວິດເຖິງ 5 ລ້ານຄົນ ແລະ ຫລ້າສຸດມີ 6 ລ້ານຄົນ ຄິດເປັນຈຳນວນເທົ່າປະຊາກອນຂອງນະຄອນຫລວງເບີລິນ ປະເທດເຢຍລະມັນ ແລະ ນະຄອນຫລວງບຣຸກເຊລຂອງເບລຢ້ຽມລວມກັນ ຫລື ຄິດເປັນຈຳນວນເທົ່າປະຊາກອນໃນລັດແມຣິເລນຂອງອາເມລິກາ.

