ລາວ-ໄທ ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານກັນຢ່າງວ່ອງໄວ ເພື່ອຄວບຄຸມຢາເສບຕິດ

ກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ທີ່ຈັດໂດຍຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ກະຊວງຍຸຕິທໍາຣາຊະອານາ ຈັກໄທໃນວັນທີ 4 ມີນາ 2022 ທີ່ນະຄອນຫຼວງວຽງຈັນ ສປປ ລາວໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ, ທ່ານ ສົມສັກ ເທບສຸທິນ ລັດຖະມົນຕີກະຊວງ ຍຸຕິທໍາແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຕາງໜ້າບັນດາກົມ-ກອງ, ກອງບັນຊາການ ປກສ ແຂວງທີ່ມີຊາຍແດນຕິດຈອດ, ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານກັນຢ່າງວ່ອງໄວ ແລະ ສະໝໍ່າສະເໝີສາມາດໃຊ້ປະໂຫຍດ ຈາກຂໍ້ມູນທີ່ໄດ້ຮັບ ເພື່ອກໍານົດມາດຕະການການຄວບຄຸມຢາເສບຕິດ ແລະ ດໍາເນີນການໃຫ້ມີປະສິດທິຜົນໂດຍມີຂໍ້ມູນໃນຫົວຂໍ້ສໍາຄັນ ເຊັ່ນ: ຂໍ້ມູນສະພາບບັນຫາຢາເສບຕິດໂດຍເນັ້ນໃສ່ເຫດການໃໝ່ທີ່ເກີດຂຶ້ນ, ຂໍ້ມູນຂ່າວສານການສືບສວນ-ສອບສວນຄະດີຢາເສບຕິດເພື່ອຂະຫຍາຍຜົນໃຫ້ໄດ້ວ່ອງໄວ ແລະ ຈະແຈ້ງ.

ໃນກອງປະຊຸມ, ຄະນະຜູ້ແທນສອງຝ່າຍໄດ້ພ້ອມກັນປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາແຕ່ລະບັນຫາທີ່ເຫັນວ່າ ຈະມີຜົນປະໂຫຍດໃຫ້ແກ່ສອງປະເທດ ລາວ-ໄທ, ໄທ-ລາວ ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືຂອງຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນທັງສອງປະເທດ, ການຮ່ວມມືການບໍາບັດປິ່ນປົວຜູ້ຕິດຢາເສບຕິດ, ການຮ່ວມມືສໍາຫຼວດ ແລະ ຈັດສັນອາຊີບທົດແທນການປູກພືດທີ່ມີສານເສບຕິດ, ການຮ່ວມມືປະຕິບັດໂຄງການແມ່ນໍ້າຂອງປອດໄພ ໂດຍສະເພາະການປະຕິບັດແຜນການ 1511 ແລະ ການຮ່ວມມືເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນຂອງສອງປະເທດ ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດເຊິ່ງກັນແລະກັນ, ທົບທວນ ຄືນຜົນການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ລະບຸໄວ້ໃນບົດບັນທຶກກອງປະຊຸມສອງຝ່າຍລາວ-ໄທ ລະດັບ ລັດຖະມົນຕີວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 17 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ.

ພາຍຫຼັງສໍາເລັດກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ລາວ-ໄທ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພັນຄໍາ ວິ ພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອລາຍງານຜົນກອງປະຊຸມ ໂດຍສະເພາະແຜນການສືບຕໍ່ຮ່ວມກັນເພື່ອເພີ່ມທະວີການຄວບຄຸມບັນຫາຢາເສບຕິດ ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານ, ການສືບຕໍ່ຮ່ວມມືຂອງຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນທັງສອງປະເທດໃຫຮັດກຸມ, ເຂັ້ມງວດ, ວ່ອງໄວ ແລະ ຈະແຈ້ງຂຶ້ນຕື່ມ.