ເລສເຕີ ຊິຕີ ລະດົມທຶນເພື່ອຊ່ວຍຊາວຢູເຄຣນ

ເລສເຕີ ຊິຕີ ທີມດັງແຫ່ງພຣີເມຍລີກ ອັງກິດ ຈະຮ່ວມລະດົມທຶນເພື່ອສະຫນັບສະຫນູນ ສະພາກາຊາດອັງກິດ ໃນການຊ່ວຍເຫລືອຜູ້ປະສົບໄພສົງຄາມ ແລະ ຊ່ວຍເຫລືອດ້ານມະນຸດສະຍະຊົນໃນປະເທດຢູເຄຣນ ຜ່ານຫນ່ວຍງານຄະນະກຳມະການຫນ່ວຍບັນເທົາໄພພິບັດສຸກເສີນ ໃນເກມພຣີເມຍລີກ ທີ່ຈະພົບກັບ ລີດ ຢູໄນເຕັດ ໂດຍມີການປະເມີນວ່າຈະມີຜູ້ທີ່ຕ້ອງອົບພະຍົບແຍກຍ້າຍຈາກຄອບຄົວອອກຈາກປະເທດບ້ານເກີດໃນປະເທດຢູເຄຣນກວ່າຫນຶ່ງລ້ານຄົນ ເນື່ອງຈາກຄວາມຮຸນແຮງທີ່ພວມດຳເນີນຢູ່ໃນຂະນະນີ້ ເຊິ່ງເຮັດໃຫ້ພວກເຂົາຕ້ອງຢູ່ໃນສະພາບທີ່ຂາດແຄນຊັບພະຍາກອນທີ່ຈຳເປັນ ທັງນຳ້ ແລະ ອາຫານ.

ທັງນີ້ ສະໂມສອນເປີດໂອກາດໃຫ້ແຟນບານໃນອັງກິດສາມາດຮ່ວມບໍລິຈາກສົມທົບທຶນເພື່ອຊ່ວຍເຫລືອທາງອອນລາຍຜ່ານທາງການສົ່ງຂໍ້ຄວາມ ຫລື ຜ່ານທາງອາສາສະຫມັກທີ່ສະຫນາມແຂ່ງຂອງສະໂມສອນໄດ້ ໃນມື້ແຂ່ງຂັນ ລວມເຖິງການສົ່ງຂໍ້ຄວາມສະຫນັບສະຫນູນໃຫ້ກຳລັງໃຈຊາວຢູເຄຣນໄດ້ຜ່ານທຸກການແຂ່ງຂັນຂອງພຣີເມຍລີກ.