ຈັບເປົ້າໝາຍຢາເສຍຕິດໄດ້ຄາລົດ ພົບຢາບ້າ 2 ໝື່ນກວ່າເມັດ

ຕາມການລາຍງານຂອງຂ່າວສານຄວາມສະຫງົບໃຫ້ຮູ້ວ່າ: ວັນທີ 2 ມີນາ 2022 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ສະກັດຈັບເປົ້າໝາຍຢາເສບຕິດ ຢູ່ເສັ້ນທາງບ້ານນາໄຫ ເມືອງດັ່ງກ່າວສາມາດຈັບເປົ້າໝາຍໄດ້ຄາລົດກະບະ ຊື່ ທ້າວ ລັດສະ ໝີ ຫຼື ລັດ ອາຍຸ 16 ປີ ຢູ່ບ້ານປາກທ້າງເມືອງ ສີໂຄດຕະບອງ ນວ ພ້ອມຂອງກາງຢາບ້າ 20.008 ເມັດ, ຢາໄອສ໌ 1 ຖົງນ້ອຍ,ປືນສັ້ນ 1 ບອກ ພ້ອມລູກປືນ 3 ລູກ.
ຫລັງສອບສວນ, ເວລາປະມານ 12:10 ໂມງ ຂອງວັນດຽວກັນ ກໍສາມາດ ຈັບຜູ້ຖືກຊັດທອດໄດ້ ຢູ່ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນວ ຊື່ ທ້າວ ວໍລະກອນ ຫຼື ແຊັມ ອາຍຸ 22 ປີ ຢູ່ບ້ານໜອງແຕ່ງ ເມືອງ ແລະ ເວລາປະມານ 14:00 ໂມງ ກໍຕິດຕາມຈັບ ຜູ້ຖືກຊັກທອດ ໄດ້ອີກ 1 ຄົນ ຊື່ ທ້າວ ວິລະກອນ ຫຼື ໃຫຍ່ ອາຍຸ 21 ປີ ຢູ່ບ້ານ ໜອງດ້ວງເໜືອ ເມືອງສີໂຄດຕະບອງ ນວ.
ປັດຈຸບັນ,ຄະດີຢາເສບຕິດດັ່ງກ່າວ ພວມຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນ ເພື່ອສືບຕໍ່ດຳເນີນຄະດີຄາມກົດໝາຍ.
