ງານສຳມະນາເພື່ອສະເຫລີມສະຫລອງວັນແມ່ຍິງສາກົນໃນຫົວຂໍ້: ເສັ້ນທາງກ້າວສູ່ຄວາມສໍາເລັດຄືການລິເລີ່ມແຕ່ຫົວທີ

ວັນທີ 2 ມີນາ 2022, ສະມາຄົມນັກທຸລະກິດແມ່ຍິງລາວ (LBWA) ຂອງສະພາການຄ້າ ແລະ ອຸດສາຫະກຳລາວ ແລະ ສູນບໍລິການ SME ຮ່ວມກັບ ອົງການແຮງງານສາກົນ (ILO) ຈະຈັດງານ ສຳມະນາວັນແມ່ຍິງທີ່ມະຫາວິທະຍາໄລແຫ່ງຊາດ ເພື່ອສະເຫຼີມສະຫຼອງວັນແມ່ຍິງລາວວັນທີ່ (8 ມີນາ 2022). ກິດຈະກໍານີ້ແມ່ນແນໃສ່ນັກສຶກສາຍິງຈາກມະຫາວິທະຍາໄລແຫ່ງຊາດຈຳນວນ 50 ຄົນ ທີ່ມີຄວາມປາຖະຫນາທີ່ຈະເປັນຜູ້ປະກອບກິດຈະການ ແລະ ໃຫ້ພວກເຂົາມີໂອກາດທີ່ຈະໄດ້ຟັງຂໍ້ຄິດ ແລະ ຄໍາແນະ ນໍາຈາກນັກທຸລະກິດຍິງທີ່ປະສົບຜົນສໍາເລັດຈາກຫລາກຫລາຍຂະແໜງ ໃນ ສປປ ລາວ.
ພາຍໃນງານ ນັກສຶກສາຍິງຈະໄດ້ພົບກັບນັກທຸລະກິດຍິງ 4 ທ່ານທີ່ຈະພັດປ່ຽນກັນຂື້ນປາໄສໃນຫົວຂໍ້ຕ່າງໆ ເປັນເວລາ 10 ເຖິງ 15 ນາທີຕໍ່ຫົວຂໍ້ ທີ່ມີເນື້ອໃນກ່ຽວຂ້ອງກັບການລິເລີ່ມ ແລະ ນໍາພາທຸລະກິດໃຫ້ໄປສູ່ຜົນສໍາເລັດ ແລະ ວິທີການຜ່ານຜ່າອຸປະສັກໃນຊ່ວງເວລາທີ່ຍາກລໍາບາກ. ຈຸດປະສົງຂອງງານແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກສຶກສາໄວໜຸ່ມຍິງໃຫ້ກ້າວໄປສູ່ການເປັນຜູ້ປະກອບກິດຈະການ ແລະ ເສີມສ້າງຄວາມຮູ້ ເພື່ອນຳພາພວກເຂົາເຈົ້າເຫຼົ່ານັ້ນໄປສູ່ຄວາມສຳເລັດໃນຊີວິດໄດ້. ງານນີ້ ແນໃສ່ນັກສຶກສາຍ້ອນວ່າທາງສະມາຄົມທຸລະກິດແມ່ຍິງ, ໂຄງການ ແລະ ຄູ່ຮ່ວມງານເຫັນເຖິງຄວາມສຳຄັນຂອງເສັ້ນທາງ ຄວາມສໍາເລັດແລະການເລີ່ມຕົ້ນແຕ່ຍັງນ້ອຍ. ຍ້ອນເຫດຜົນນີ້ເອງ ງານຂອງພວກເຮົາ ໃນມື້ນີ້ຈີ່ງຖືກຈັດຂື້ນພາຍໃຕ້ຫົວຂໍ້ທີ່ວ່າ: “ການເລີ່ມຕົ້ນຄືບາດກ້າວທໍາອິດສູ່ເສັ້ນທາງແຫ່ງຄວາມສໍາເລັດ”
ໃນງານນີ້ ເຮົາມີຜູ້ບັນຍາຍທັງໝົດ 4 ທ່ານດັ່ງຕໍ່ໄປນີ້:
– ຜູ້ບັນຍາຍຜູ້ທຳອິດ ແມ່ນ ທ່ານ ນາງ ສຸກສະດີ ລືໄຊ (ປະທານ ກຸ່ມບໍລິສັດ ລືໄຊ ຈຳກັດ) ບັນຍາຍກ່ຽວກັບ ເສັ້ນທາງການກ້າວເປັນນັກທຸລະກິດຍິງທີ່ປະສົບຜົນສຳເລັດ.
– ທ່ານ ນາງ ທິບພະພອນ ເພັດມະນີ (ຜູ້ອໍານວຍການ ບໍລິສັດ ທີ່ປຶກສາວິສາຫະກິດ ແລະ ພັດທະນາ ຈໍາກັດ), ບັນຍາຍການວາງແຜນທຸລະກິດເພື່ອຄວາມສຳເລັດ (ໃນການເຮັດທຸລະກິດ).
– ລໍາດັບທີສາມ, ພິມເງິນ ສົມວິຈິດ, ຜູ້ອໍານວຍຄວາມສະດວກດ້ານສື່ມວນຊົນ/ທີມງານຜູ້ນໍາການພັດທະນາເຄື່ອງມື ແອັບ TOOLAKIT ຈາກ STELLA ແບ່ງປັນກ່ຽວກັບຫົວຂໍ້ ອຸປະສັກ ກັບ ຄວາມສໍາເລັດ.
– ທ່ານ ນາງ ວິໄລພອນ ຈຸລາມະນີ (ທີ່ປຶກສາອິດສະລະ) ບັນຍາຍຫົວຂໍ້ ຄັນມັນງ່າຍ, ໃຜກໍເຮັດໄດ້. ແຕ່ເຮົາຄວນເກັ່ງ ກວ່ານັ້ນບໍ່?.
ງານດັ່ງກ່າວໄດ້ຈັດຂຶ້ນ ເພື່ອສະເຫລີມສະຫອງວັນແມ່ຍິງສາກົນ ວັນທີ 8 ມີນາ ທີ່ຈະມາເຖິງ ແລະ ເພື່ອປຸລະດົມໃຫ້ນັກສຶກສາຍິງເຂົ້າຮ່ວມງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມໄວໜຸ່ມລາວສູ່ການເປັນຜູ້ປະກອບກິດຈະການ ປີ 2022 ທີ່ຈະຂຶ້ນໃນ ວັນທີ 31 ເດືອນ ມີນານີ້.
ງານໃນມື້ນີ້ ແມ່ນ ສ່ວນໜຶ່ງຂອງໂຄງການສະໜັບສະໜູນສ້າງຄວາມອາດສາມາດໃຫ້ກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມືກັບຜົນກະທົບຈາກ COVID-19 ຂອງອົງການ ແຮງງານສາກົນ (ILO) ແລະ ໄດ້ຮັບການສະຫນັບສະຫນູນ ແລະ ຮ່ວມມືຈາກສູນບໍລິການ SME (SSC) ເຊີ່ງໄດ້ຮັບທຶນສົມທົບຈາກ ອົງການສະວິດເພື່ອການພັດທະນາປະຈໍາພາກພື້ນແມ່ນໍ້າຂອງ ຫຼື SDC. ໂຄງການນີ້ ມີຈຸດປະສົງເພື່ອສະໜັບສະໜູນ MSMEs ຍິງ ແລະ ຊາຍໃນລາວ ໃຫ້ມີຄວາມອາດສາມາດ ແລະ ສ້າງໂອກາດທາງດ້ານເສດຖະກິດ ແລະ ການຈ້າງງານທີ່ເໝາະສົມ, ເພື່ອປະກອບສ່ວນເຂົ້າໃນການຟື້ນຕົວຈາກພະຍາດໂຄວິດ-19 ຂອງ ສປປ ລາວ.

