ແຂວງອັດຕະປື ມີໂຄງການລົງທຶນດ້ານແຮ່ທາດ 53 ບໍລິສັດ 61 ກິດຈະການ

ທ່ານ ວິທະຍາ ພົມມະຈັນ ລາຍງານຂອງກອງປະຊຸມສະຫລຸບວຽກງານພະລັງງານ ແລະ ບໍ່ແຮ່ ທົ່ວແຂວງປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ວັນທີ 3 ມີນາ 2022 ນີ້ໃຫ້ຮູ້ວ່າ:

ມາຮອດປັດຈຸບັນ ທົ່ວແຂວງມີໂຄງການທີ່ລົງທຶນດ້ານແຮ່ທາດຢູ່ແຂວງອັດຕະປື ລວມທັງໝົດ 53 ບໍລິສັດ 61 ກິດຈະການມີເນື້ອທີ່ທັງໝົດ 2.979,18 ກິໂລຕາແມັດໃນນີ້ໂຄງການຮ່ວມມືບໍ່ໄດ້ຮັບສິດສຳປະທານ ມີ 5 ໂຄງການ, ເນື້ອທີ່ 2.231,32 ກິໂລຕາແມັດ, ໂຄງການໄດ້ຮັບສິດສຳປະທານຕາມສັນຍາກັບລັດຖະບານລວມມີ 10 ບໍລິສັດ, ມີ 14 ກິດຈະການ, ເນື້ອທີ່ 787,32 ກິໂລຕາແມັດ; ຊອກຄົ້ນ 2 ກິດຈະການ, ສຳຫລວດ 5 ກິດຈະການ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນແຮ່ບົກຊິດ 1 ກິດຈະການ, ຢູ່ໃນຂັ້ນຕອນການສະເໜີຂໍຂຸດຄົ້ນ-ປຸງແຕ່ງ 4 ກິດຈະການ (ແຮ່ຄຳເຂດພູກ໋ອງຢ໋ອງ, ແຮ່ຄຳຢູ່ເຂດວັງຕັດ, ແຮ່ເງິນ-ຊືນ ເມືອງຊານໄຊ ແລະ ແຮ່ຄຳ ບ້ານນ້ຳຊວນ ເມືອງພູວົງ) ໄດ້ດຳເນີນການຂຸດຄົ້ນ-ປຸງແຕ່ງແຮ່ 2 ກິດຈະການ; ຂັ້ນແຂວງອອກອະນຸຍາດ 16 ບໍລິສັດ, ມີ 23 ກິດຈະການ ແລະ ຂັ້ນເມືອງອະນຸຍາດ 23 ບໍລິສັດ, ມີ 24 ກິດຈະການ.

ປະເພດແຮ່ທາດທີ່ອະນຸຍາດເປັນຕົ້ນ: ແຮ່ຄໍາ, ແຮ່ຊືນ-ເງິນ, ແຮ່ບົກຊິດ, ຫີນອ່ອນປາໂກດິດ, ຫີນບາຊານ, ຫີນຊາຍ, ຫີນຣີໂອຣິດ-ຕຸບ, ຫີນອານເດຊິດ-ຕຸບ, ດິນໜຽວຜະລິດດິນຈີ່ ແລະ ດິນຖົມພື້ນອື່ນໆ ນອກນີ້ຍັງໄດ້ເອົາໃຈໃສ່ ຄຸ້ມຄອງ ຕິດຕາມ ກວດກາ ແລະ ພັດທະນາເຂື່ອນໄຟຟ້ານໍ້າຕົກ, ຄຸ້ມຄອງ ແລະ ພັດທະນາພະລັງງານທົດແທນ, ຄຸ້ມຄອງ ແລະ ພັດທະນາໄຟຟ້າ, ຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍມີຜົນສໍາເລັດຕາມລໍາດັບ.