ກອງປະຊຸມສຸດຍອດອາຊຽນ-ອິນເດຍໄຂຂຶ້ນທີ່ບາງກອກ

ກອງປະຊຸມສຸດຍອດ ແລະ ວາງສະແດງສິນຄ້າອາຊຽນ-ອິນເດຍໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ສິງຫານີ້ທີ່ບາງກອກປະເທດໄທ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ປະກອບການຈາກປະເທດສະມາຊິກອາຊຽນ, ອິນເດຍ, ອົງການຈັດຕັ້ງສາກົນ ແລະ ປະເທດກ່ຽວຂ້ອງເຂົ້າຮ່ວມປະມານ 500 ຄົນ, ໃນຂະນະທີ່ຄະນະຜູ້ແທນລາວນໍາໂດຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມສຸດຍອດ ແລະ ວາງສະແດງສິນຄ້າອາຊຽນ-ອິນເດຍຄັ້ງນີ້ມີຜູ້ປະກອບການທຸລະກິດຈາກປະເທດຕ່າງໆເຂົ້າຮ່ວມປະມານ 193 ຮ້ານ, ໃນນັ້ນອາຊຽນ 65 ຮ້ານ (ລາວ 10 ຮ້ານ) ແລະ ອິນເດຍ 48 ຮ້ານ, ເຊິ່ງສິນຄ້າສ່ວນໃຫຍ່ທີ່ນຳເອົາວາງສະແດງປະກອບມີຄື: ເຄື່ອງກົນຈັກກະສິກຳ, ອາຫານ, ວັດສະດຸກໍ່ສ້າງ, ເຄື່ອງຫັດຖະກຳ, ຜະລິດຕະພັນອາຫານເພື່ອສຸຂະພາບ, ອັນຍະມະນີ, ຜ້າໄໝ ແລະ ອື່ນໆ ສ່ວນນັກທຸລະກິດຈາກລາວ ແມ່ນໄດ້ນຳເອົາຜ້າ ໄໝ, ເຄື່ອງຫັດຖະກຳໄມ້ແກະສະລັກ ແລະ ເຄື່ອງອັນຍະມະນີ.
ທ່ານ ປະຍຸດ ຈັນໂອຊາ ກ່າວຕໍ່ທີ່ປະຊຸມວ່າ: ຕົນເອງມີຄວາມສຶກຮູ້ດີໃຈ ແລະ ເປັນກຽດຢ່າງຍິ່ງໃນງານຄັ້ງນີ້ເພາະເປັນການຄົບຮອບ 25 ປີຂອງການສ້າງຕັ້ງສາຍພົວພັນອາຊຽນ-ອິນເດຍ ແລະ ຄົບຮອບ 50 ປີຂອງວັນສ້າງຕັ້ງອາຊຽນ. ສະນັ້ນ, ມັນເປັນໂອກາດທີ່ສຳຄັນຢ່າງຍິ່ງສຳລັບຜູ້ນຳ, ນັກທຸລະກິດ ແລະ ຫົວໜ່ວຍຜູ້ປະກອບການຈາກອາຊຽນ, ອິນເດຍ ແລະ ບັນດາປະເທດຕ່າງໆໄດ້ພົບປະແລກປ່ຽນຄວາມຄິດຄວາມເຫັນ ແລະ ເປີດວິໄສທັດທີ່ໜ້າສົນໃຈນຳກັນ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ, ເຊິ່ງທັງໝົດນັ້ນຈະນຳໄປສູ່ການຍົກລະດັບການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງ, ການເຕີບໂຕ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບໃນຂະແໜງການອື່ນໆ. ອາຊຽນ ແລະ ອິນເດຍ ຍັງໄດ້ເປັນພາກສ່ວນໜຶ່ງທີ່ສຳຄັນຕໍ່ການຊຸກຍູ້ການເຕີບໂຕເສດຖະກິດຂອງໂລກ.
ອີງຕາມການຂໍ້ມູນຂອງສອງຝ່າຍ ໃຫ້ຮູ້ວ່າ: ກ່ອນໜ້ານີ້ການຮ່ວມມືດ້ານການຄ້າອິນເດຍກັບອາຊຽນໃນລະຫວ່າງປີ 2007-2008 ມີພຽງແຕ່ 30 ຕື້ກວ່າໂດລາສະຫະລັດ, ແຕ່ມາເຖິງປັດຈຸບັນໄດ້ເພີ່ມຂຶ້ນເປັນ 71 ຕື້ກວ່າໂດລາສະຫະລັດ. ອາຊຽນເປັນຄູ່ຮ່ວມດ້ານການຄ້າໃຫຍ່ອັນທີ 4 ຂອງອິນເດຍ ແລະ ອິນເດຍເປັນຄູ່ຮ່ວມດ້ານການຄ້າໃຫຍ່ອັນດັບທີ 7 ຂອງອາຊຽນ.

