10 ຄຸນປະໂຫຍດຂອງຫົວຜັກທຽມທີ່ທ່ານອາດຈະຍັງບໍ່ເຄີຍຮູ້

ຫົວຜັກທຽມເປັນໜຶ່ງໃນສະໝຸນໄພ ທີ່ຄົນລາວນິຍົມນໍາມາປະກອບອາຫານ ເພື່ອຊ່ວຍດັບກິ່ນຄາວ ແລະ ເພີ່ມລົດຊາດເມນູອາຫານໃຫ້ເຂັ້ມຂຸ້ນຂຶ້ນ ນອກນັ້ນຍັງມີຄຸນປະໂຫຍດຫຼາຍຢ່າງໂດຍສະເພາະສັບພະຄຸນທາງຢາທີ່ມີຜົນດີຕໍ່ສຸຂະພາບດັ່ງນີ້:

  1. ບັນເທົາອາການເປັນຫວັດ: ໃນຫົວຜັກທຽມມີສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ເມື່ອເປັນຫວັດສາມາດຮັກສາໄດ້ດ້ວຍນໍ້າຜັກທຽມ ໂດຍການນໍາເອົາຫົວຜັກທຽມໄປຝານເປັນຕ່ອນບາງໆແລ້ວແຊ່ໃນນໍ້າຮ້ອນ, ຫຼັງຈາກນັ້ນກໍຕອງເອົານໍາທີ່ແຊ່ຫົວຜັກທຽມມາດື່ມເພື່ອຊ່ວຍໃຫ້ອາການຫວັດເຊົາໄວຂຶ້ນ.
  2. ຫຼຸດລະດັບໄຂມັນໃນເລືອດ: ການກິນຫົວຜັກທຽມເປັນປະຈຳຊ່ວຍຫຼຸດລະດັບຄໍເລສເຕີຣໍ ແລະ ລະດັບໄຂມັນໃນເລືອດເຊິ່ງມີຜົນຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກຫົວໃຈ.
  3. ຫຼຸດຄວາມສ່ຽງໃນການເປັນມະເຮັງ: ສະຖາບັນມະເຮັງແຫ່ງຊາດສະຫະລັດອາເມລິກາ ( NCI ) ເຜີຍຜົນວິໄຈທີ່ລະບຸວ່າຫົວຜັກທຽມອາດມີຄຸນສົມບັດໃນການຊ່ວຍຕ້ານມະເຮັງ ເນື່ອງຈາກສານໃນຫົວຜັກທຽມມີປະສິດທິຜົນໃນການຫຼຸດຄວາມສ່ຽງຕໍ່ການເກີດເນື້ອງອກ.
  4. ປິ່ນປົວພະຍາດຜິວໜັງອັກເສບ: ຫາກທ່ານມີບັນຫາຜິວໜັງອັກເສບຈາກອາການແພ້ຈົນເປັນຜື່ນແດງ ຫຼື ມີອາການຄັນຈາກພະຍາດຜິວໜັງ ໃຫ້ທານ້ຳມັນກະທຽມບໍລິເວນນັ້ນ ຈະຊ່ວຍຫຼຸດອາການອັກເສບ ແລະ ປິ່ນປົວອາການຄັນໃຫ້ເຊົາໄດ້.
  5. ແກ້ປັນຫາຜົມຫຼົ່ນ: ສານອໍລິຊິນ (Alizin) ແລະ ສານຊັນເຟີ (sulfur) ທີ່ມີຢູ່ໃນກະທຽມສາມາດຊ່ວຍຫຼຸດຜ່ອນປັນຫາຜົມຫຼົ່ນໄດ້ ພຽງແຕ່ນໍາເອົາຫົວຜັກທຽມໄປຝານເປັນຕ່ອນບາງໆປະສົມກັບນໍ້າມັນບໍາລຸງຜົມ ແລ້ວນໍາໄປນວດບໍາລຸງໜັງຫົວ ແລະ ຄວນເຮັດເປັນປະຈໍາເພື່ອຮາກຜົມທີ່ແຂງແຮງ.
  6. ບັນເທົາອາການປວດຄໍ່: ປະໂຫຍດຂອງຫົວຜັກທຽມແມ່ນເຮັດໃຫ້ເລືອດໄຫຼວຽນດີຂຶ້ນ ຈຶ່ງຊ່ວຍຫຼຸດອາການປວດຄໍ່ຕາມຮ່າງກາຍ ແລະ ບັນເທົາອາການເຈັບຈາກຂໍ້ຕີນພິກອີກດ້ວຍ.
  7. ປ້ອງກັນຍຸງກັດ: ໃນເມື່ອກ່ອນຄົນສ່ວນໃຫຍ່ນິຍົມໃຊ້ຫົວຜັກທຽມເພື່ອເປັນຢາກັນຍຸງ ໂດຍການຊອຍຫົວຜັກທຽມໄປປະສົມກັບຂີ້ເຜິ້ງ ແລ້ວນໍາໄປທາຕາມແຂນຕາມຂາ ເພາະກິ່ນຂອງຜັກທຽມຈະກົບເກື່ອນກິ່ນໂຕຂອງເຮົາ ແລະ ປ້ອງກັນຍຸງໄດ້ອີກດ້ວຍ.
  8. ປິ່ນປົວສິວ: ຫົວຜັກທຽມຖືໄດ້ວ່າເປັນຢາຮັກສາສິວຈາກທຳມະຊາດທີ່ມີປະສິດທິພາບຢ່າງຫຼວງຫຼາຍ ເພາະມີແອນຕີ້ອອກຊິເດັ້ນຊ່ວຍຢັບຢັ້ງແບກທີເຣຍທີ່ກໍ່ໃຫ້ເກີດສິວ ເຊິ່ງທ່ານສາມາດກຳຈັດແບກທີເຣຍໄດ້ໂດຍການຝານຫົວຜັກທຽມສົດບາງໆແລ້ວນໍາໄປແປະໃສ່ຫົວສິວ ປະໄວ້ໄລຍະໜຶ່ງຈຶ່ງລ້າງອອກດ້ວຍນໍ້າສະອາດ ພຽງເທົ່ານີ້ປັນຫາສິວກໍຈະໝົດໄປ.
  9. ຊ່ວຍກໍາຈັດກິ່ນເກີບ: ຫາກໃຜທີ່ມີປັນຫາກິ່ນເກີບຮຸນແຮງ ລອງນໍາເອົາຫົວຜັກທຽມໄປບົດ ແລ້ວແຊ່ນໍ້າອຸ່ນ ຫຼັງຈາກນັ້ນໃຫ້ແຊ່ຕີນເພື່ອກຳຈັດກິ່ນ ແລະ ເຊື້ອລາທີ່ເປັນຕົວການໃນການເກີດກິ່ນ.
  10. ຊ່ວຍປັບຄວາມດັນເລືອດໃຫ້ຢູ່ໃນລະດັບປົກກະຕິ.