ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນແຫ່ງລັດ ສະບັບປັບປຸງ

ວັນທີ 1 ມີນາ 2022 ນີ້, ກົມສ່ວຍສາອາກອນ, ໄດ້ຈັດກອງປະຊຸມປະ ກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຊັບສິນແຫ່ງລັດ ສະບັບປັບປຸງ ໂດຍການເປັນປະ ທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ພ້ອມດ້ວຍຫົວໜ້າ-ຮອງຫົວກົມອ້ອມຂ້າງກະຊວງການເງິນ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອເປັນການກຳນົດຫລັກການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ, ການພັດທະນາ ແລະ ຕິດ ຕາມກວດກາຊັບສິນແຫ່ງລັດ ເພື່ອໃຫ້ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງຕາມຈຸດປະ ສົງ, ເປົ້າໝາຍ, ກົດໝາຍ ແລະ ລະບຽບການ ແນໃສ່ສ້າງຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດຕົວຈິງ.
ໃນຮ່າງກົດໝາຍດັ່ງກ່າວ, ໄດ້ມີການປັບປຸງດ້ານເນື້ອໃນເພີ່ມຕື່ມ 15 ມາດຕາ, ເພື່ອໃຫ້ເນື້ອໃນກວ້າງຂວາງ ເປັນຕົ້ນ ຈຸດປະສົງ, ຊັບສິນແຫ່ງລັດ, ການອະທິບາຍຄຳສັບ, ການໄດ້ມາຊັບສິນແຫ່ງລັດ, ສາທາລະນະສົມບັດ, ການຄຸ້ມຄອງຊັບສິນແຫ່ງລັດ, ການຂຶ້ນບັນຊີຊັບສິນແຫ່ງລັດ, ການຂຶ້ນທະບຽນຊັບສິນແຫ່ງລັດ, ການມອບ-ໂອນລັດຖະສົມບັດ, ການຫັນຊັບສິນເປັນທຶນ, ການຫັນຊັບສິນແຫ່ງລັດ, ການນຳໃຊ້ຊັບສິນແຫ່ງລັດ, ການຖອນຄືນຊັບສິນແຫ່ງລັດ, ຖານລາຍຮັບຈາກຊັບສິນແຫ່ງລັດ, ຂໍ້ຫ້າມສຳລັບພະນັກງານ ແລະເຈົ້າໜ້າທີ່ຄຸ້ມຄອງຊັບສິນແຫ່ງລັດ, ຂໍ້ຫ້າມສຳລັບຜູ້ໄດ້ຮັບສິດຄຸ້ມຄອງ ແລະ ນຳໃຊ້ຊັບສິນແຫ່ງລັດ, ພ້ອມທັງເພີ່ມເນື້ອໃນເຂົ້າອີກ 3 ມາດຕາ ເປັນຕົ້ນ ການປ່ຽນສາທາລະນະສົມບັດເປັນລັດຖະສົມບັດ, ການປ່ຽນລັດຖະສົມບັດ ເປັນສາທາລະນະສົມບັດ ແລະ ການມອບສິດໃຊ້ລັດຖະສົມບັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.
ໂອກາດດັ່ງກ່າວ, ທ່ານ ບຸນປອນ ວັນນະຈິດ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນສຸມໃສ່ປະ ກອບຄໍາຄິດເຫັນ ໃສ່ທາງດ້ານເນື້ອໃນທີ່ກ່ຽວຂ້ອງກັບແຕ່ລະຂະແໜງການ ທີ່ມີຄວາມຮັບ ຜິດຊອບຕິດພັນກັບວຽກງານການຄຸ້ມຄອງຊັບສິນແຫ່ງລັດ, ໃຫ້ມີຄວາມຄົບຖ້ວນ, ສົມບູນ, ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ໃຫ້ສາມາດປັບປຸງແກ້ໄຂບັນຫາຄວາມຫຍຸ້ງຍາກໃນວຽກງານຄຸ້ມຄອງຊັບສິນຂອງລັດໄປເທື່ອລະກ້າວ. ພ້ອມທັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນທີ່ກົດໜາຍວ່າດ້ວຍຊັບສິນຂອງລັດ ໄດ້ກໍານົດໄວ້, ບໍ່ທັນສອດຄ່ອງກັບສະພາບການຕົວຈິງແລະ ແນວໂນ້ມການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ເຮັດໃຫ້ການຄຸ້ມຄອງຊັບສິນຂອງລັດ ມີການສະເໜີປັບປຸງຈາກສະບັບທີສອງ ທີ່ໄດ້ປັບປຸງຖືກຮັບຮອງ ແລະ ປະ ກາດໃຊ້ໃນປີ 2012 ເຊິ່ງປະກອບມີ 10 ພາກ, 4 ໜວດ ແລະ 74 ມາດຕາ ໄດ້ກໍານົດການຈັດຕັ້ງປະຕິບັດວຽກງານຂອງ ຂະແໜງການຄຸ້ມຄອງຊັບສິນຂອງລັດ ຕໍ່ມາກົດໜາຍສະບັບດັ່ງກ່າວ ໄດ້ນໍາໃຊ້ມາຈົນເຖິງປັດຈຸບັນ.

