ຖານຂໍໍ້ມູນແຮງງານແບບທັນສະໄໝຈະສາມາດຂຶ້ນທະບຽນຜູ້ແຮງງານ ໄດ້ 1,5 ລ້ານເທື່ອຄົນພາຍໃນ 2 ປີ

ວັນທີ 1 ມີນາ 2022 ນີ້ ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ ( LMIS) ແລະ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS), ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນກະຊວງການເງິນ ແລະ ທ່ານ ນນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ ຄັ້ງນີ້ເພື່ອສ້າງຖານຂໍ້ມູນ ແລະ ຂຶ້ນທະບຽນ ຜູ້ອອກແຮງງານລາວ ທັງໝົດດ້ວຍລະບົບທັນສະໄໝ, ຕິດຕາມການເຄື່ອນໄຫວຂອງຕະຫລາດແຮງງານ ໂດຍສະເພາະການປ່ຽນແປງສະພາບກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ, ຕິດຕາມການມີລາຍຮັບຂອງແຮງງານລາວ ແລະ ແຮງງານຕ່າງປະເທດ ໃຫ້ເປັນໄປຕາມຄວາມຈິງຫຼາຍທີ່ສຸດ ເພື່ອໃຫ້ປະຕິບັດພັນທະດ້ານອາກອນລາຍໄດ້ຢ່າງເໝາະສົມ, ເປົ້າໝາຍແມ່ນຜູ້ອອກແຮງງານລາວ ປະມານ 1,5 ລ້ານ (ໜຶ່ງລ້ານຫ້າແສນຄົນ) ຄົນໃນທົ່ວປະເທດທັງໃນ ແລະ ນອກລະບົບເສດຖະກິດ.
ນອກລະບົບລວມມີ: ແຮງງານໃນຄົວເຮືອນ, ຜູ້ປະກອບອາຊີບອິດສະຫຼະຄ້າຂາຍອອນລາຍ, ຜູ້ເຮັດວຽກແບບກິນຕາມຜະລິດຕະພັນ ແລະ ຜູ້ອອກແຮງງານຕ່າງປະເທດທີ່ຖືກຕ້ອງ ແລະ ຍັງບໍ່ຖືກຕ້ອງຕາມກົດໝາຍ.
ບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ ( LMIS) ແລະ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ປະກອບມີ:
– ມີທະບຽນ ແລະ ປະຫວັດການເຮັດວຽກພ້ອມລາຍລະອຽດທີ່ເຊື່ອຖືໄດ້;
– ມີປະຫວັດການຈ່າຍປະກັນສັງຄົມຂອງຕົນ, ປະຫວັດການຈ່າຍອາກອນລາຍໄດ້ຂອງຕົນ;
– ມີຄວາມສະດວກໃນການສ້າງ ຫລື ຍົກເລີກສັນຍາແຮງງານ;
– ມີຄວາມສະດວກໃນການສະຫມັກວຽກ ແລະ ເຂົ້າຖິງຂໍ້ມູນຂ່າວສານຕະຫລາດແຮງງານ;
– ມີເລກປະຈຳຕົວຜູ້ເສຍອາກອນ ເພື່ອຢັ້ງຢືນສະຖານະຢ່າງຖືກຕ້ອງ;
– ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງຕາມກົດໝາຍແຮງງານ, ໄດ້ຮັບການຊ່ວຍເຫລືອຢ່າງທັນການໃນກໍລະນີເກີດເຫດການຕ່າງໆ ທີ່ມີຜົນກະທົບຕໍ່ວຽກທີ່ຕົນເອງເຮັດ,ໄດ້ມີລະບົບຂໍ້ມູນຂ່າວສານຕະຫລາດແຮງງານທີ່ທັນສະໄໝ;
– ມີຂໍ້ມູນກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ ລວມທັງສະຖານະພາບຂອງຜູ້ອອກແຮງງານ ທີ່ມີຄວາມຊັດເຈນ ຖືກຕ້ອງ ແລະ ທັນເວລາ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາດ້ານແຮງງານໄດ້ໄວຂຶ້ນ
– ສາມາດເກັບລາຍຮັບຈາກອາກອນເງິນເດືອນ, ອາກອນລາຍໄດ້ ດີຂຶ້ນກວ່າເກົ່າ;
– ມີຂໍ້ມູນເພື່ອນຳໃຊ້ໃຫ້ແກ່ການສ້າງກຳລັງແຮງງານທົດແທນໄດ້ໃນແຕ່ລະໄລຍະ, ແຮງງານທຸກຄົນໃນລະບົບເສດຖະກິດຂອງປະເທດໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ.
ຈາກສະຖິຕິຜ່ານມາຄາດວ່າ ໃນ 2 ປີ ຈະສາມາດຂຶ້ນທະບຽນໃຫ້ຜູ້ອອກແຮງງານ ຈຳນວນ 1,5 ລ້ານຄົນ ມີຜູ້ທີ່ມີເງິນເດືອນ ສູງກວ່າ 1,3 ລ້ານກີບ (ໜຶ່ງລ້ານສາມແສນກີບ) ທີ່ຕ້ອງຈ່າຍອາກອນຈຳນວນຫລາຍກວ່າ 50% ຂອງຜູ້ອອກແຮງງານທັງໝົດ.

