ປກສ ເມືອງຮຸນ ທຳລາຍສ່ວນຝິ່ນທີ່ລັກປູກ 10 ເຮັກຕາ

ກາງເດືອນກຸມພາຜ່ານມາ, ກອງບັນຊາການ ປກສ ເມືອງຮຸນແຂວງອຸດົມໄຊ ສົມທົບກັບ ປກສ ກຸ່ມບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ທຳລາຍສ່ວນຝິ່ນ 58 ຕອນ, ເນື້ອທີ່ 10 ເຮັກຕາຢູ່ 2 ບ້ານຄືບ້ານນໍ້ານ້ອຍເຂດສີບຸນເຮືອງ ແລະ ບ້ານພຽງຫໍ້ ເຂດດົງງອນ.
ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຮຸນ ລາຍງານວ່າ: ການທຳລາຍສວນຝິ່ນ ນອກຈາກຖາງແລ້ວ ຍັງໄດ້ຫລົກຕົ້ນອ່ອນ, ຕົ້ນທີ່ພວມອອກດອກ ແລະ ເປັນໝາກຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ນ້ຳຢາງ ແລະ ນຳເອົາແນວພັນຝິ່ນໄປປູກຕໍ່ໄດ້.
ນອກນີ້ ຍັງໄດ້ສຶກສາອົບຮົມເຈົ້າຂອງສວນທີ່ລັກປູກຝິ່ນແລະ ວາງມາດຕະການຕ່າງໆຕໍ່ຜູ້ລັກປູກຝິ່ນ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈແນວທາງການປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ ໂດຍການຢຸດປູກຝິ່່ນແລ້ວຫັນມາປູກຝັງ-ລ້ຽງສັດກາຍເປັນສິນຄ້າ ຮັບ ປະກັນໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຢາກເທື່ອລະກ້າວ.
ການລົງທໍາລາຍສ່ວນຝິ່ນຢູ່ເມືອງດັ່ງກ່າວເປັນການປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົດຕີ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນຕົ້ນ ການປູກຝີ່ນ, ກັນຊາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023.

