ອົງການແພລນສາກົນ ສືບຕໍ່ໃຫ້ການສະໜັບສະໜູນໂຄງການເຊື່ອມສານວຽກງານຮັກສາສຸກຂະພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸກຂານາໄມຢູ່ແຂວງສາລະວັນ 6,3 ລ້ານໂດລາ

ເມື່ອບໍ່ດົນມານີ້, ທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ແລະ ທ່ານ ແສງສັນຕິສິດ ສະນະສີສານ ວ່າການຜູ້ອຳນວຍການອົງການແພລນສາການປະຈຳລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງການເຊື່ອມສານການຮັກສາສຸກຂະພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂານະໄມ ໄລຍະ 3 ເພື່ອຫຼຸດ ຜ່ອນການຂາດໂພຊະນາການຂອງເດັກຍິງ ແລະ ເດັກຊາຍ ອາຍຸ 0-23 ເດືອນ ແລະ ປັບປຸງໂພຊະນາການຂອງແມ່ຍິງໃນ 44 ບ້ານເປົ້າໝາຍ ເມືອງຕະໂອ້ຍ.
ໂຄງການນີ້ຈະເຮັດໃຫ້ຄອບຄົວໃນບ້ານເປົ້າໝາຍມີນໍ້າໃຊ້ ແລະ ຮັກສາສຸຂານະໄມທີ່ດີເພີ່ມຂຶ້ນ ພ້ອມທັງປັບປຸງທັກສະ ແລະ ສ້າງຄວາມສາມາດໃຫ້ແກ່ພະນັກງານໂຮງໝໍນ້ອຍໃນການບໍລິການແມ່ ແລະ ເດັກ ຊຶ່ງໄດ້ລົງມືຈັດຕັ້ງປະຕິບັດ ໃນປີ 2014 ແລະ ບັນລຸການຍຸດຕິການຖ່າຍຊະຊາຍຢູ່ 36 ບ້ານເປົ້າໝາຍ ເມືອງຕະໂອ້ຍ ແລະ ເມືອງສາລະວັນ. ຜ່ານມາໂຄງການຍັງໄດ້ກໍ່ສ້າງສຸກສາລາໃໝ່ 2 ແຫ່ງ ພ້ອມສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ການເກີດລູກແລະ ຕໍ່ເສີມອາຄານແມ່ ແລະ ເດັກ ໃໝ່ 4 ແຫ່ງຢູ່ 2 ເມືອງເປົ້າໝາຍ.
ຈາກຜົນສຳເລັດຕາມຄາດໝາຍ ຈຶ່ງໄດ້ສືບຕໍ່ສະໜັບສະໜູນ ເພື່ອສ້າງຄວາມສາມາດໃນລະດັບກຸ່ມບ້ານ ຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ແລະ ເພື່ອບັນລຸເປົ້າໝາຍຍຸດທະສາດໂພຊະນາການແຫ່ງຊາດປີ 2025 ແລະ ຍຸດທະສາດຂອງອົງການແພລນ 2021-2025 ຢູ່ແຂວງສາລະວັນ.
=ປີນີ້, ລັດຖະບານອົສຕຣາລີ ສະໜອງເງິນ 6,3 ລ້ານໂດລາ ໃຫ້ແກ່ລາວຜ່ານໂຄງການ ANCP ຊຶ່ງເປັນຂີດໝາຍສໍາຄັນຕໍ່ການພັດທະນາຂອງອົສຕຣາລີຢູ່ລາວ ໂດຍນໍາເອົາວິຊາການ ແລະ ສະໜັບສະໜູນທຶນຮອນໃຫ້ແກ່ຫຼາຍພາກສ່ວນ.
ຫລັງລົງນາມໃນສັນຍາ, ທ່ານ ແສງສັນຕິສິດ ສະນະສີສານ ໄດ້ມອບລົດຈັກ 2 ຄັນ ມູນຄ່າ 26 ລ້ານກວ່າກີບ ແລະ ຄອມພີວເຕີ ຍີ່ຫໍ້ DELL 5 ເຄື່ອງ ມູນຄ່າ 21 ລ້ານກວ່າກີບ ໃຫ້ແກ່ 2 ເມືອງຕື່ມອີກ.

