ໂຄງຊ້າງແກ້ວ (ໄລ່ມື້ດີປຸກເຮືອນ)

ໂຄງຊ້າງແກ້ວ ແມ່ນວັນນະກຳ ນັກປາດບູຮານບັນທຶກຈາກການສັງເກດແລ້ວເກັບຂໍ້ມູນມາວິເຄາະ ແລ້ວສະຫລຸບຜົນອອກມາເປັນໂຄງ ຫລື ຄຳຄ່ອງຈ່ອງກັນ ແລະ ປະສົມຄວາມເຊື່ອທາງໂຫລາສາດ ກັບການດຳລົງຊີວິດຂອງຄົນສະໄໝກ່ອນ ໃຊ້ໃນການເບິ່ງເລິກເບິ່ງຍາມດີໃນແຕ່ລະມື້ທັງຂ້າງຂຶ້ນຂ້າງແຮມ ເຊັ່ນ:
1 ຄໍ່າ ຍົກຊ້າງແກ້ວຂຶ້ນສູ່ໂຮງຄຳ ໝາຍເຖິງ ຖືວ່າດີ ຊ້າງແກ້ວເປັນສັດມຸງຄຸນ
2 ຄໍ່າ ຜີຟັງທຳປ່າຊ້າ ໝາຍເຖິງ ປານກາງບໍ່ມີດີແລະບໍ່ດີ
3 ຄໍ່າ ລ້າງມືຖ້າຄອຍກິນ ໝາຍເຖິງ ບໍ່ຄ່ອຍດີໄດ້ແຕ່ລໍຖ້າຄວາມຫວັງ
4 ຄໍ່າ ນອນປາຍຕີນຕົກຕາກແດດ ໝາຍເຖິງ ບໍ່ຄ່ອຍດີຈະເດືອດຮ້ອນ
5 ຄໍ່າ ຜີແວດລ້ອມປອງເອົາ ໝາຍເຖິງ ບໍ່ດີຈະມີແຕ່ອຸປະສັກ ເຈັບໄຂ້ໄດ້ປ່ວຍ
6 ຄໍ່າ ລົງສະເພົາໄປຄ້າ ໝາຍເຖິງ ດີ ຖ້າຄ້າຂາຍຈະລໍ່າລວຍ
7 ຄໍ່າ ເຄາະຢູ່ໜ້າເຖິງຕົນ ໝາຍເຖິງ ບໍ່ດີ ໃນອະນາຄົດມີແຕ່ບັນຫາ
8 ຄໍ່າ ສົນລະວົນບໍ່ແລ້ວ ໝາຍເຖິງ ບໍ່ດີ ມີແຕ່ເລື່ອງຫຍຸ້ງຍາກ
9 ຄໍ່າ ຖືກແຮ້ວພະຍາລາມ ໝາຍເຖິງ ບໍ່ດີ ມັກເຈັບໄຂ້ໂດຍບໍ່ຮູ້ສາເຫດ
10 ຄໍ່າ ຫາຄວາມງາມບໍ່ໄດ້ ໝາຍເຖິງ ບໍ່ດີ ເຮັດຫຍັງກໍບໍ່ດີຈັກຢ່າງ
11 ຄໍ່າ ຂີ້ຮ້າຍເກີດເປັນດີ ໝາຍເຖິງ ດີຫລາຍ ເຮັດຫຍັງກໍດີໄປໝົດ
12 ຄໍ່າ ບໍ່ມີດີຈັກຢ່າງ ໝາຍເຖິງ ບໍ່ດີ ເຮັດຫຍັງກໍຫລົ້ມຈົມ
13 ຄໍ່າ ໄຊຍະຜາບແພ້ຊົມພູ ໝາຍເຖິງ ດີຫລາຍ ຊະນະທຸກຢ່າງ
14 ຄໍ່າ ຝູງສັດຕູປອງຂ້າ ໝາຍເຖິງ ບໍ່ດີ ມີຄົນປອງຮ້າຍ
15 ຄໍ່າ ຖືກຜີແມ່ໝ້າຍປອງເອົາ ໝາຍເຖິງ ບໍ່ດີ ຈະມີໄພໃຫຍ່ຫລວງ
ຫລາຍຕຳລາອາດຈະມີຜິດພ້ຽນໄປ ບາງຄົນກໍເວົ້າຕ່າງກັນເລັກນ້ອຍ ການຕີຄວາມໝາຍກໍອາດຈະຕ່າງກັນ ເຊັ່ນ ສາມຄໍ່າ ລ້າງມືຖ້າຄອຍກິນ ບາງອາຈານວ່າດີ ບໍ່ໄດ້ເຮັດຫຍັງກໍໄດ້ກິນ, ແຕ່ບາງອາຈານພັດບອກວ່າ ມີແຕ່ຄອງຄອຍບໍ່ໄດ້ກິນ. ຫລື ບາງອາຈານກໍອາດຈະແປງຄຳໃຫ້ຄ່ອງ ຫຼືເຂົ້າໃຈງ່າຍຂຶ້ນ ເລື່ອງຂອງເລື່ອງກໍຄືເພື່ອເອົາໄວ້ທຳນາຍອະນາຄົດ ເປັນເລື່ອງຂອງຄວາມສະຫລາດຂອງຄົນທ້ອງຖິ່ນບູຮານເຮັດໄວ້ໃຫ້ຈື່ງ່າຍ ສາມາດເລົ່າສືບທອດກັນຕໍ່ມາຈົນເຖິງປັດຈຸບັນ.
ນອກຈາກນີ້ ໂຄງຊ້າງແກ້ວຍັງອີງໃສ່ວັນອື່ນໆອີກເຊັ່ນ ວັນຈົມ, ວັນດິຖີມະຫາສູນ, ວັນຫລົ່ມຫລວງ, ວັນເກົ້າກອງ ເຊິ່ງເປັນວັນບໍ່ດີ ຄວນງົດເວັ້ນ ແລະ ອີກອັນໜຶ່ງຄົນລາວນິຍົມຕັ້ງເຮືອນໃນຂ້າງຂຶ້ນ, ໃນລະດູແລງ ແລະ ເດືອນຄູ່ (ເດືອນລາວ).
ນີ້ກໍເປັນພຽງຄວາມເຊື່ອເທົ່ານັ້ນ ແຕ່ມັນກໍສາມາດສ້າງຄວາມອຸ່ນໃຈໃຫ້ເຮົາໄດ້ ແລະ ຕ້ອງປະກອບໄປດ້ວຍ ຄວາມພ້ອມດ້ານການເງິນ, ແຮງງານດ ການເຮັດຄຸນຄວາມດີຂອງເຮົາ ຖ້າຈິດໃຈຮູ້ສຶກດີແລ້ວ ທຸກຢ່າງກໍຄ່ອຍໆ ດີຕາມມານັ້ນເອງ.

