ນາຍົກ ເນັ້ນໃຫ້ ຍທຂ ເອົາໃຈໃສ່ຫັນເປັນມືອາຊີບ ເລິກເຊິ່ງ ແລະ ຮອບດ້ານ

ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ປີ 2022 ໃນວັນທີ 25 ກຸມພານີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ເອົາໃຈໃສ່ຄົ້ນຄວ້າກໍານົດ ແຜນການ, ວິທີການຈັດຕັ້ງແຜນປະຕິບັດເປັນອັນລະອຽດ ໂດຍການສະຫລຸບຕີລາຄາ ຖອດຖອນບົດຮຽນ ແລະ ປັບປຸງເປັນແຕ່ລະໄລຍະຢ່າງສົມເຫດສົມຜົນ ແລະ ມີວິທະຍາສາດ. ພັກ ແລະ ລັດຖະ ບານ ຕີລາຄາສູງ ແລະ ເຊື່ອໝັ້ນຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນ ໃນຂະແໜງ ຍທຂ. ເຖິງແນວໃດກໍ່ຕາມ, ເພື່ອເສີມຂະຫຍາຍບົດບາດໜ້າທີ່ໃຫ້ດີຂຶ້ນກວ່າເກົ່າ ຕາມທິດຂອງພັກ ທີ່ໄດ້ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທທ XI ຄື “ການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ”, “ການຫັນເປັນມືອາຊີບ” ນັ້ນ ນອກຈາກການປັບປຸງພາລະບົດບາດ ຕ້ອງສືບຕໍ່ຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ ຕື່ມ.
ຍທຂ ເປັນຂະແໜງວິຊາສະເພາະທີ່ຕິດພັນກັບການຮັບໃຊ້ ແລະ ບໍລິການສັງຄົມ. ສະນັ້ນໃຫ້ທົບທວນເບິ່ງຄືນບັນດານິຕິກໍາທັງອັນລວມ ແລະ ອັນສະເພາະຂອງຂະແໜງການຕົນ ອັນໃດທີ່ມີແລ້ວ ແຕ່ບໍ່ແທດເໝາະກັບສະພາບປັດຈຸບັນຕ້ອງປັບປຸງ, ອັນໃດທີ່ຍັງບໍ່ມີຕ້ອງສ້າງຂຶ້ນໃໝ່; ສ້າງແລ້ວອັນໃດທີ່ເປັນອັນລວມ ເຊັ່ນ: ບັນດາກົດໝາຍ, ກົດລະບຽບຈະລາຈອນ, ລະບຽບການຂໍອະນຸຍາດຕ່າງໆ ຈະຕ້ອງໄດ້ເຜີຍແຜ່ໃຫ້ທຸກພາກສ່ວນໄດ້ຮັບຊາບທົ່ວເຖິງ.
ອັນໃດທີ່ເປັນອັນສະເພາະ ເຊັ່ນ: ກໍານົດໝາຍດ້ານເຕັກ ນິກ ການກໍ່ສ້າງ-ສ້ອມແປງທາງ ແລະ ຕຶກອາຄານຕ່າງໆ ຕ້ອງໄດ້ຝຶກອົບຮົມໃຫ້ພະນັກງານລັດຖະກອນ ລວມໄປເຖິງຜູ້ປະກອບການທີ່ກ່ຽວຂ້ອງ ໃຫ້ຮັບຮູ້ເຂົ້າໃຈເຮັດໄດ້ເປັນມືອາຊີບ. ສູ້ຊົນແກ້ໃຫ້ໄດ້ ຄໍາຈົ່ມວ່າຂອງສັງຄົມ ເປັນຕົ້ນ: ຄຸນນະພາບການກໍ່ສ້າງເສັ້ນທາງປູຢາງມີຫລາຍເກຣດ ເຊັ່ນ: ໂຄງການຍີ່ປຸ່ນເຮັດກໍ່ຄຸນນະພາບໜຶ່ງ, ຈີນ ເຮັດກໍຄຸນນະພາບໜຶ່ງ, ລັດລົງທຶນພາຍໃນກໍຄຸນນະພາບໜຶ່ງ, ເອົາໃຈໃສ່ລົງເລິກຕິດ ຕາມ ກວດກາ ແລະ ແກ້ໄຂບັນຫາໃຫ້ທັນເວລາ.
ນາຍຍົກລັດຖະມົນຕີ ເນັ້ນຕື່ມວ່າ: ສິ່ງສໍາຄັນທີ່ສຸດ ກໍຄືຈັນຍາບັນ-ຈັນຍາທໍາຂອງພະນັກງານລັດຖະກອນຂອງພວກເຮົາ ເຊິ່ງຊຸມປີຜ່ານມາ, ຂະແໜງການ ຍທຂ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານລັດຖະກອນໃນຂົງເຂດຕົນເອງຮັບຜິດຊອບຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ມີແບບ ແຜນໂດຍສະເພາະການເຜີຍແຜ່ເອກະສານ “ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ໃນການປະຕິບັດໂຄງການ ລົງທຶນຂອງລັດດ້ານ ຍທຂ” ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 02/ຄອສພ, ລົງວັນທີ 4 ພຶດສະພາ 2013 ໄດ້ດີສົມຄວນແລ້ວ.
ເຖິງແນວໃດກໍຕາມ, ຢາກໃຫ້ທົບທວນແລະ ຕີລາຄາຄືນເບິ່ງວ່າ ການເຊື່ອມຊຶມເອກະສານດັ່ງກ່າວນັ້ນ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ເຮັດໄດ້ທົ່ວເຖິງ ຄືແນວໃດ, ເຮັດໄດ້ດີລະບໍ່?ແນວຄິດການເມືອງພະນັກງານລັດຖະກອນຫັນປ່ຽນຢ່າງຕັ້ງໜ້າດີຂຶ້ນກວ່າເກົ່າ ຫລື ບໍ່?. ອີກຈຸດໜຶ່ງ, ຄະນະພັກ-ຄະນະນໍາກະຊວງ ຈົ່ງສືບຕໍ່ເອົາໃຈໃສ່ ປັບປຸງຍົກລະດັບຄວາມສາມາດການປະຕິບັດໜ້າທີ່ການເມືອງ ຕໍ່ວຽກງານແນວຄິດການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເຂົາເຈົ້າເພີ່ມທະວີການປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ.

