ຕຳຫລວດຈີນຈັບຜູ້ຕ້ອງສົງໄສ 52 ຄົນ ຂໍ້ຫາຜະລິດ-ຂາຍ ‘ຢາປອມ-ຕໍ່າກວ່າມາດຕະຖານ’

ວັນທີ 25 ກຸມພາ 2022, ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນເປີດເຜີຍວ່າ: ຕຳຫລວດຈີນໄດ້ຈັບກຸມຜູ້ຕ້ອງສົງໄສ 52 ຄົນ ທີ່ກ່ຽວຂ້ອງກັບການຜະລິດ ແລະ ຈຳໜ່າຍຢາປອມ ຫລື ຢາຕໍ່າກວ່າມາດຕະຖານ ເຊິ່ງເປັນສ່ວນໜຶ່ງຂອງການປຸກລະດົມບັງຄັບໃຊ້ກົດໝາຍທີ່ເລີ່ມຂຶ້ນໃນເດືອນມັງກອນປີນີ້.
ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ລະບຸວ່າ: ລະຫວ່າງການປຸກລະດົມ ມີການບຸກທຳລາຍແຫລ່ງລີ້ຊ້ອນທີ່ໃຊ້ເຮັດກິດຈະກຳດັ່ງກ່າວ 22 ແຫ່ງ ໂດຍມູນຄ່າຂອງເງິນທີ່ກ່ຽວຂ້ອງກັບຄະດີເຫລົ່ານີ້ມີຫລາຍກວ່າ 270 ລ້ານຢວນ.
ສຳນັກງານຕຳຫລວດຈີນໄດ້ປາບປາມກິດຈະກຳທາງອາຍາທີ່ກ່ຽວຂ້ອງກັບຢາປອມມາຢ່າງໜັກນັບແຕ່ປີ 2019 ໂດຍມາຮອດປັດຈຸບັນແກ້ໄຂຄະດີປະເພດນີ້ໄດ້ຫລາຍກວ່າ 12.000 ຄະດີ ແລະ ຈັບຜູ້ຕ້ອງສົງໄສໄດ້ 17.000 ຄົນ.
ທັງນີ້, ເຈົ້າໜ້າທີ່ຈາກກະຊວງຄວາມໝັ້ນຄົງສາທາລະນະຂອງຈີນລະບຸວ່າ: ສຳນັກງານຈະຍັງປາບປາມກິດຈະກຳທາງອາຍາດັ່ງກ່າວຕໍ່ໄປ ເພື່ອຮັບຮອງຄວາມປອດໄພຂອງປະຊາຊົນຜູ້ບໍລິໂພກຢາ.

