ແມນເຊສເຕີ ຢູໄນເຕັດ ກຽມຍື່ນອຸທອນໂທດຂອງ ໂຈນ ກໍລະນີບໍ່ຍອມກວດສ້ານກະຕຸ້ນ

ແມນເຊສເຕີ ຢູໄນເຕັດ ກຽມອຸທອນໂທດຂອງ ຟິລ ໂຈນ ກອງຫຼັງໂຕເກັ່ງກໍລະນີບໍ່ຍອມເຂົ້າຮອບກວດສານກະຕຸ້ນຕ້ອງຫ້າມ ກົດທີ່ລະບຸໄວ້ວ່າ ຫຼັງຈາກທີ່ຈົບ ເສິກ ຢູຟາ ຢູໂຣປາລີກ ຮອງຊີງ ຊະນະເລີດ ທີ່ຊະນະ ອາແຈັກ ອຳ ສະເຕີດຳ 2-0 ໃນເດືອນພຶດສະ ພາຜ່ານມາ ຈາກການລາຍງານ ຂອງ ເດລີ ເມລ ສື່ຊື່ດັງຂອງອັງ ກິດ.
ສະຫະພັນບານເຕະອີຣົບ ຫຼື ຢູຟາ ສັ່ງລົງໂທດ ໂຈນ ຫ້າມລົງ ສະໜາມໃນເກມບານເຕະຂັນເອີຣົບ 2 ນັດ ແລະ ປັບເງິນອີກ 5.000 ເອີໂຣ ຫຼັງລາວເອງໃຊ້ ຄຳເວົ້າບໍ່ສຸພາບກັບເຈົ້າໜ້າທີ່ ກວດສານເສບຕິດຂອງ ຟີຟາ ຫຼັງ ເກມທີ່ ນະຄອນຫຼວງສະຕ໊ອດ ໂຮມ ເຖິງວ່າຈະມອບຕົວຢ່າງ ປັດສະວະ ແລະ ເລືອດໃຫ້ ເຫດ ບໍ່ພໍໃຈທີ່ຖືກເລືອກໃຫ້ເຂົ້າຮັບການກວດສານກະຕຸ້ນ ເນື່ອງຈາກ ຕ້ອງການຢູ່ສະຫຼອງແຊ໊ມກັບໝູ່ ຮ່ວມທີມ.
ດ້ານ ດາເລ ບລິນ ດາວເຕະ ຊາວຮອລແລນ ຖືກປັບເງິນ 5.000 ເອີໂຣ ດ້ວຍຂໍ້ຫາດຽວ ກັນ ຂະນະທີ່ ແມນເຊສເຕີ ຢູໄນ ເຕັດ ຖືກປັບເງິນ 10.000 ເອີໂຣ ຈາກການເຮັດຜິດກົດກັ່ງກ່າວ ແນວໃດກໍຕາມ ລາຍງານລະບຸ ວ່າ ແມນເຊສເຕີ ຢູໄນເຕັດ ວາງ ແຜນຍື່ນອຸທອນໂທດຂອງ ໂຈນ ແຕ່ຫາບໍ່ສຳເລັດ ຈະສົ່ງຜົນໃຫ່ ໂຈນ ໝົດສິດລົງສະໜາມໃນເກມ ຢູຟາ ຊຸບເປີຄັບ ກັບ ຣິນ ມາດຣິດ ວັນອັງຄານທີ 8 ສິງຫານີ້ ແລະ ເກມ ຢູຟາ ແຊ໊ມປຽນລີກ ຮອບ ແບ່ງກຸ່ມ ນັດທຳອິດໃນເດືອນກັນ ນີ້.