ລາວ-ອົດສະຕຣາລີ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສປປ ລາວ, ທ່ານນາງ ມາຣີສ ເພນ (Marise Payne) ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 24-25 ກຸມພາ 2022 ເພື່ອສືບຕໍ່ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທັງເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດອັນຍາວນານ ແລະ ຕໍ່ເນື່ອງລະຫວ່າງສອງປະເທດ ຄົບຮອບ 70 ປີ.

ໃນການພົບປະກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປ ລາວ, ທ່ານນາງ ມາຣີສ ເພນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງແຫ່ງ ອົດສະຕຣາລີ ໄດ້ເນັ້ນວ່າ: ອົດສະຕຣາລີ ພ້ອມຊ່ວຍເຫລືອລາວຮັບມື ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ 19, ການສ້າງຊັບພະຍາກອນມະນຸດ, ປ້ອງກັນຊາດ, ການຄ້າ ແລະ ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ກະສິກໍາ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ (UXO) ຢູ່ ສປປ ລາວທັງຈະສະໜັບສະໜູນໃຫ້ແກ່ການກຽມຄວາມພ້ອມເປັນປະທານອາຊຽນປີ 2024 ຂອງ ສປປ ລາວ ຕື່ມອີກ. ຂະນະດຽວກັນ ທັງສອງຝ່າຍ ໃຫ້ຄໍາໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັນໃນຂອບການຮ່ວມມືອາຊຽນໃນຖານະທີ່ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ (2021-2024) ແລະ ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານນາງ ມາຣີສ ເພນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສໍານັກງານນາຍົກລັດຖະມົນຕີໃນວັນທີ 24 ກຸມ ພາ 2022 ແລະ ໄດ້ຢໍ້າຄືນທີ່ຈະສືບຕໍ່ຊ່ວຍເຫລືອສປປ ລາວ ໃນບັນດາໂຄງການຮ່ວມມືສອງຝ່າຍ ທີ່ຈັດຕັ້ງປະຕິບັດຜ່ານມາ.
ສ່ວນການປາຖະກະຖາຫົວຂໍ້ ສະເຫລີມສະຫລອງ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ທີ່ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ (ICTC) ວັນທີ 25 ກຸມ ພາ 2022 ໂດຍທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ທ່ານ Paul Kelly ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານນາງ ມາຣີສ ເພນ ໄດ້ຢໍ້າຄືນທີ່ຈະສືບຕໍ່ຊ່ວຍ ເຫລືອບັນດາໂຄງການທີ່ພວມຈັດຕັ້ງປະຕິບັດຢູ່ສປປ ລາວ ເປັນຕົ້ນໂຄງການຄຸນນະພາບ ແລະ ເຂົ້າເຖິງການສຶກສາຢູ່ສປປ ລາວ ໂຄງການທີ 2(Basic Education Quality and Access in Lao PDR), ສູນລາວ-ອົດສະຕຣາລີ ເພື່ອສະໜັບສະໜູນການພັດທະນາເສດຖະກິດ ແລະ ສັງຄົມ, ໂຄງການຄູ່ຮ່ວມມືແມ່ນໍ້າຂອງ-ອົດສະຕຣາລີ (Mekong-Australia Partnership), ຄະນະກໍາມະການແມ່ນໍ້າຂອງ(MRC) ແລະ ໂຄງການຄູ່ຮ່ວມມືດ້ານພື້ນຖານໂຄງລ່າງ (Partnership for Infrastructure program).

