ແຂວງຈຳປາສັກ ແລະ ລັດວິສາຫະກິດໄຟຟ້າລາວ ຮ່ວມລົງນາມ MOU ວ່າດ້ວຍ ການຮ່ວມມື ໃນການປັບປຸງວຽກງານ ໄຟຟ້າສາທາລະນະ ພາຍໃນແຂວງ

ໃນວັນທີ 24 ກຸມພາ 2022, ທີ່ຫ້ອງວ່າການແຂວງ ໄດ້ມີພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືສຶກສາ, ສຳຫລວດຄວາມເປັນໄປໄດ້ ໃນການປັບປຸງວຽກງານໄຟຟ້າສາທາລະນະ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ຕາງໜ້າໂດຍແມ່ນ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນການເຊັນ ບົດບັນທຶກ ຄວາມເຂົ້າໃຈ ຄັ້ງນີ້ແມ່ນກ່ຽວກັບວຽກງານການສະໜອງ ແລະ ການບໍລິການໄຟຟ້າສາທາລະນະ, ແນໃສ່ເຮັດໃຫ້ລະບົບຊົມໃຊ້ໄຟຟ້າສາທາລະນະ ໃນທົ່ວແຂວງຈຳປາສັກໄດ້ຮັບການປັບປຸງ ແລະ ພັດທະນາ ຕາມນະໂຍບາຍຂອງພັກ, ໃຫ້ມີຄວາມຮັບປະກັນທາງດ້ານມາດຕະຖານ ເຕັກນິກ, ປອດໄຟ, ສະຖຽນລະພາບ, ຊົມໃຊ້ພຽງພໍ, ປະຢັດ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສວຍງາມ, ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນຂອບເຂດການຮ່ວມມືພາຍໃຕ້ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ກວມເອົາການຮ່ວມມື ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການປັບປຸງທາງດ້ານການສະໜອງກະແສໄຟຟ້າ, ການຊຳລະສະສາງ, ການຕິດຕັ້ງດໍາເນີນງານສ້ອມແປງ, ປ່ຽນຖ່າຍ ແລະ ບຳລຸງຮັກສາລະບົບຊົມໃຊ້ໄຟຟ້າ ສາທາລະນະ ທີ່ຂື້ນກັບ ແຂວງຈຳປາສັກ ໂດຍ ສະເພາະເທດສະບານນະຄອນປາກເຊ ເຊັ່ນ:
- ການຍົກລະດັບປະສິດທິພາບການຈຳໜ່າຍ, ການຊົມໃຊ້, ຄວາມປອດໄພ ແລະ ການປະຢັດພະລັງງານ, ໃນສຳນັກງານອົງການລັດ ແລະ ສະຖານທີ່ສາທາລະນະ.
- ຕິດຕັ້ງ ແລະ ປັບປຸງລະບົບໄຟເຍືອງທາງ, ເຍືອງຂົວສະໜາມຫລວງ, ສວນສາທາລະນະອື່ນໆ.
- ລະບົບໄຟສັນຍານຈະລາຈອນ.
- ລະບົບໄຟຊົນລະປະທານ ແລະ ນ້ຳເສຍ ການຕິດຕັ້ງລະບົບໄຟຟ້າໃນລະບົບສູບນ້ຳ.
- ການກໍ່ສ້າງ, ຕິດຕັ້ງ ແລະ ສ້ອມແປງລະບົບສາຍຈຳໜ່າຍແຮງກາງ 22 KV ແລະ ແຮງຕ່ຳ 0,4 KV.
- ການຈັດສັນ, ການຕັດ ແລະ ການສ້ອມແຊມຕົ້ນໄມ້ຕາມແລວສາຍຕາຂ່າຍຈຳໜ່າຍໃນເຂດນະຄອນປາກເຊ.
- ການຈັດສັນ, ການຍ້າຍ ແລະ ການເອົາສາຍລົງດິນຕາມຈຸດຕ່າງໆໃນຕົວເມືອງຕາມຄວາມຈຳເປັນ ລວມເຖິງສາຍໂທລະຄົມມະນາຄົມ.

