ທາບທາມປະກອບຄຳເຫັນຕໍ່ຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ

ວັນທີ 23 ກຸມພາ 2022 ນີ້, ທີ່ໂຮງແຮມດອນຈັນພາເລດ, ໄດ້ຈັດກອງປະຊຸມທາບທາມປະກອບຄຳຄິດຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ, ໂດຍການເຂົ້າຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ,ມີທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກຂອງບັນດາກົມອ້ອມຂ້າງກະຊວງການເງິນ, ບັນດາກະຊວງ, ຜູ້ຕາງ ໜ້າຈາກທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ໂດຍສະເພາະຈາກບັນດາກະຊວງ, ຂະແໜງການທີ່ມີຄວາມຮັບຜິດຊອບຕິດພັນກັບວຽກງານການສ້າງແຜນງົບປະມານແຫ່ງລັດ. ສະນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍຕາມເນື້ອໃນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ມາດຕາ 55 ແລະ ມາດຕາ 56 ປັບປຸງໃໝ່) ມາຮອດປັດຈຸບັນທາງຄະນະວິຊາການຄົ້ນຄວ້າໂດຍສົມທົບກັບວິຊາການຈາກທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ສົມທົບກັບບັນດາຂະແໜງການໄດ້ຄົ້ນຄວ້າອອກມາເປັນຮ່າງສົມບູນໂດຍພື້ນຖານ, ຊຶ່ງປະກອບມີ 6 ໝວດ, 32 ມາດຕາ, ໂດຍແຕ່ລະມາດຕາໄດ້ເນັ້ນໃສ່ເນື້ອໃນທີ່ຕິດພັນກັບຂັ້ນຕອນຂອງການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມຮັບຜິດ ຊອບຂອງແຕ່ລະພາກສ່ວນຕາມໜ້າວຽກທີ່ຕິດພັນກັບພາລະບົດບາດ, ສາມາດຕອບສະໜອງຂໍ້ມູນການຄາດຄະເນແຕ່ເບື້ອງຕົ້ນຂອງຂະບວນການສ້າງແຜນງົບປະມານໄດ້ ແລະ ໃຫ້ຄະນະວິຊາການນຳໄປຄົ້ນຄວ້າປັບປຸງເຂົ້າໃນຮ່າງດຳລັດໃຫ້ມີຄວາມຄົບຖ້ວນ, ສົມບູນ, ສອດຄອງກັບການຈັດຕັ້ງປະຕິບັດຕົວຈິງ, ສາມາດປັບປຸງແກ້ໄຂໄດ້ບັນຫານຄວາມຫຍຸ້ງຍາກໃນວຽກງານການສ້າງແຜນງົບປະມານແຫ່ງລັດໄປເທື່ອລະກ້າວ.
ພ້ອມກັນນັ້ນ, ໃນກອງປະຊຸມທາບທາມປະກອບຄຳຄິດຄຳເຫັນຕໍ່ຮ່າງດຳລັດວ່າດ້ວຍການສ້າງແຜນງົບປະ ມານແຫ່ງລັດ, ຄະນະຮັບຜິດຊອບຍັງໄດ້ຮັບຟັງການສະເໜີແນວຄວາມຄິດຂອງຮ່າງດຳລັດຈາກຄະນະວິຊາການຄົ້ນ ຄ້ວາປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຮ່ວມກັນຢ່າງກົງໄປກົງມາ, ເພື່ອເຮັດໃຫ້ຮ່າງດຳລັດສະບັບນີ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ.
ການສ້າງຮ່າງດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດສະບັບນີ້ ເປັນວຽກໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານຈາກທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ພາຍໃຕ້ແຜນງານປະຕິຮູບການເງິນແຫ່ງລັດ ແລະ ຄາດຄະເນຈະໃຫ້ສໍາເລັດການຄົ້ນຄວ້າສ້າງຮ່າງດຳລັດ ແລະ ນໍາສະເໜີລັດຖະບານພິຈາລະນາຮັບຮອງພາຍໃນເດືອນມີນາ 2022 ນີ້.

