ກຳປູເຈຍເລີ່ມສັກວັກຊີນປ້ອງກັນໂຄວິດ ໃຫ້ປະຊາກອນເດັກອາຍຸ 3-5 ປີ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 23 ກຸມພາວ່າ: ກະຊວງສາທາລະນະສຸກຂອງກຳປູເຈຍເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາກອນອາຍຸ 3-5 ປີ ຖືເປັນກຸ່ມປະຊາກອນອາຍຸນ້ອຍທີ່ສຸດ ແລະ ກຸ່ມສຸດທ້າຍໃນກຳປູເຈຍ ເຊິ່ງໄດ້ຮັບວັກຊີນປ້ອງກັນໂຄວິດ-19 ເຂັມທຳອິດ ໂດຍລັດຖະບານຈັດໃຫ້ຮັບວັກຊີນຂອງຊິໂນແວກ.
ປັດຈຸບັນ ກຳປູເຈຍສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍສອງເຂັມໃຫ້ຄວບຄຸມປະຊາກອນຫລາຍກວ່າ 90% ຈາກທັງໝົດປະມານ 16 ລ້ານຄົນ ຖືເປັນອັດຕາການສັກວັກຊີນສູງສຸດ ເປັນລຳດັບຕົ້ນຂອງກຸ່ມປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ເປັນພຽງບໍ່ເທົ່າໃດປະເທດໃນໂລກໃນປັດຈຸບັນ ເຊິ່ງຈັດການສັກວັກຊີນໃຫ້ປະຊາກອນອາຍຸຕໍ່າກວ່າ 5 ປີ.
ປັດຈຸບັນ ກຳປູເຈຍມີສະຖິຕິຜູ້ຕິດເຊື້ອໂຄວິດ-19 ສະສົມໃນປະເທດປະມານ 128.000 ຄົນ ຍັງມີຜູ້ຕິດເຊື້ອຕ້ອງປິ່ນປົວຢູ່ໃນລະບົບປະມານ 3.500 ຄົນ ແລະ ມີຜູ້ເສຍຊີວິດສະສົມປະມານ 3.000 ຄົນ.

