ມີຄູຝຶກທີ່ດີຍັງບໍ່ພໍ ຕົວນັກກິລາຕ້ອງຕັ້ງໜ້າຝຶກຝົນ

ໂດຍ: ທິດກໍ່າ

ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ (AFF U-23 Championship Asean Football) ທີ່ປະເທດກຳປູເຈຍເປັນເຈົ້າພາບ, ສປປ ລາວເຮົາ ໄດ້ລົງແຂ່ງຂັນນັດທຳອິດໃນວັນທີ 18 ກຸມພາ 2022 ໂດຍພົບກັບປະເທດມາເລເຊຍ ຜົນປາກົດວ່າ ລາວຊະນະ 2-1, ສ່ວນນັດທີ 2 ລົງແຂ່ງຂັນໃນວັນທີ 21 ກຸມພາ 2022 ພົບກັບມາເລເຊຍອີກ ຜົນປາກົດວ່າລາວຊະນະ 2-0 ໝາຍວ່າລົງແຂ່ງ 2 ນັດ ລາວເຮົາຊະນະ 4-1 ແລະ ການພົບກັບມາເລເຊຍ 2 ນັດຍ້ອນວ່າ ໃນກຸ່ມບີ ມີ 4 ທີມຄື: ອິນໂດເນເຊຍ, ມຽນມາ, ລາວ ແລະ ມາເລເຊຍ ເຊິ່ງໃນ 4 ທີມ ອິນໂດເນເຊຍກັບມຽນມາໂຊກບໍ່ເຂົ້າຂ້າງ ເມື່ອນັກກິລາຈຳນວນໜຶ່ງພາກັນຕິດໂຄວິດ-19 ເລີຍຖອນຕົວ. ສຸດທ້າຍກໍຍັງແຕ່ ລາວກັບມາເລເຊຍ ສະນັ້ນ ເພື່ອວັດຄົມກັບວັດດວງຊີງເຂົ້າຮອບຮອງຊະນະເລີດ ທັງສອງເລີຍພົບກັນ 2 ເທື່ອ ຖ້າທີມໃດຊະ ນະກໍເຂົ້າສູ່ຮອບຮອງຊະນະເລີດ.

ຢ່າງໃດກໍຕາມ, ການແຂ່ງຂັນ ມີຜົນໃຫ້ຊາວລາວ, ແຟນບານລາວເຫັນຢ່າງຄັກແນ່ແລ້ວວ່າ: ຜູ້ຍາດເອົາໄຊຊະນະມາຢູ່ໃນກຳມືຄັ້ງປະຫວັດສາດຂອງວົງການບານເຕະລາວເຮົາຄັ້ງນີ້ກໍແມ່ນ U-23 ທີ່ຊະນະທັງ 2 ເທື່ອ. ນີ້ຖືວ່າເປັນດວງໂຊກດວງໄຊໃນວົງການບານເຕະລາວເຮົາ ເຊິ່ງຫລາຍປີຜ່ານມາ ໄດ້ຍິນແຕ່ຂ່າວບໍ່ດີວ່ານັກກິລາບານເຕະລາວຖືກລົງໂທດຍ້ອນລົ້ມບານຈົນຊ່າກັນໄປທົ່ວໂລກ.