ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນາແລ ໄດ້ຮັບການຊ່ວຍເຫລືອ

ວັນທີ 22 ກຸມພາ 2022, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດຮ່ວມກັບມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຄອບຄົວໃຈບຸນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນາແລ ແຂວງຫລວງນໍ້າທາ ໂດຍເຄື່ອງຊ່ວຍເຫລືອປະກອບມີຜ້າຫົ່ມ 173 ຜືນ, ເສື້ອກັນໜາວ 161 ຜືນ, ເສື້ອນັກຮຽນ 90 ຜືນ, ໂສ້ງນັກຮຽນ 33 ຜືນ, ສິ້ນນັກຮຽນ 51 ຜືນ, ອຸປະກອນການຮຽນ, ອຸປະກອນກິລາ, ເຄື່ອງໃຊ້ໃນເຮືອນຄົວ ແລະ ອາຫານແຫ້ງຈໍນວນໜຶ່ງ ລວມມູນຄ່າ 35.000.000 ກີບ.

ທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງນາແລ ກ່າວສະແດງຄວາມຂອບໃຈທີ່ສູນກາງແນວລາວສ້າງຊາດຮ່ວມກັບມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຄອບຄົວໃຈບຸນ ມອບເຄື່ອງດັ່ງກ່າວໃຫ້ແລະ ຈະມອບນັກຮຽນຕາມເປົ້າໝາຍໃຫ້ທົ່ວເຖິງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫລືອອີກ.

ไม่มีคำอธิบายไม่มีคำอธิบาย