1 ປີຜ່ານມາ ແຂວງເຊກອງ ເກັບກໍາຂໍ້ມູນ ແລະ ທໍາລາຍລະເບີດບໍ່ທັນແຕກ ໄດ້ທັງໝົດ 165 ໜ່ວຍ

ທ່ານ ສົມດີ ເດີນຈົງຮຽງ ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດ (ຄກລ) ປະຈຳແຂວງເຊກອງ ໄດ້ໃຫ້ຮູ້ໃນໂອກາດທີ່ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄຸ້ມຄອງ, ແກ້ໄຂບັນຫາລະເບີດບໍ່ທັນແຕກແຫ່ງຊາດລາວ ແລະ ທ່ານ ບຸນພະມິດ ໂສມວິຈິດ ອໍານວຍການ ຄກລ ແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຄກລ ຢູ່ແຂວງເຊກອງ ເມື່ອບໍ່ດົນນີ້ວ່າ:
ໃນໄລຍະ 1 ປີຜ່ານມາ ຄກລ ປະຈຳແຂວງເຊກອງ ໄດ້ເອົາໃຈໃສ່ເຄື່ອນໄຫວໂຄສະນາສຶກສາຄວາມສ່ຽງບວກກັບວຽກງານສໍາຫຼວດທົ່ວໄປ ໄດ້ 7 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 6.126 ຄົນ, ຜູ້ໃຫຍ່ 3.666 ຄົນ, ຍິງ 1.887 ຄົນ, ເດັກນ້ອຍ 2.460 ຄົນ, ເກັບກໍາຂໍ້ມູນ ແລະ ທໍາລາຍລະເບີດໄດ້ທັງໝົດ 165 ໜ່ວຍ, ໂບມໃຫຍ່ 14 ໜ່ວຍ, ໂບມບີ 76 ໜ່ວຍ ແລະ ລະເບີດອື່ນໆ 75 ໜ່ວຍ, ທຽບໃສ່ແຜນປະຕິບັດໄດ້ 100%.
ສ່ວນວຽກທໍາລາຍເຄື່ອນທີ່ ໄດ້ເຄື່ອນໄຫວຢູ່ 23 ບ້ານ, ທໍາລາຍລະເບີດໄດ້ 63 ໜ່ວຍ, ໂບມໃຫຍ່ 1 ໜ່ວຍ, ໂບມບີ 51 ໜ່ວຍ, ລະເບີດອື່ໆ 11 ໜ່ວຍ, ປະຕິບັດໄດ້ 120,2%.
ວຽກກູ້ພື້ນທີ່ ກວດກູ້ໄດ້ທັງໝົດ 75 ສະໜາມ, ເນື້ອທີ່ 217,2 ເຮັກຕາ, ທໍາລາຍລະເບີດໄດ້ 3.431 ໜ່ວຍ, ໂບມໃຫຍ່ 1 ໜ່ວຍ, ໂບມບີ 2.074 ໜ່ວຍ, ລະເບີດ ອື່ນໆ 1.356 ໜ່ວຍ, ປະຕິບັດໄດ້ 96,7%.
ວຽກກົນຈັກຕັດຫຍ້າ ສາມາດອະນາໄມພື້ນທີ່ໄດ້ 63,39 ເຮັກຕາ, ກວດຈຸດວາງເສດໄມ້ໄດ້ 9,62 ເຮັກຕາ, ທໍາລາຍລະເບີດໄດ້ 26 ໜ່ວຍ, ໂບມບີ 21 ໜ່ວຍ ແລະ ລະເບີດອື່ນໆ 5 ໜ່ວຍ, ປະຕິບັດໄດ້ 76,8%.

