ລີດສ໌ ກຽມລົງໂທດຫ້າມແຟນບານຕະຫຼອດຊີວິດ! ຫຼັງກໍ່ເຫດດຶກສິ່ງຂອງໃສ່ນັກເຕະ ແມນຢູ

ຄວາມເຄື່ອນໄຫວຫຼັງເກມພຣີເມຍລີກ ອັງກິດ ໃນນັດ “ສົງຄາມດອກກຸຫຼາບ” ທີ່ສະໜາມ ເອລແລນ ໂຣດ ເຊິ່ງເປັນການພົບກັນລະຫວ່າງ “ຍຸງທອງ” ລີດ ຢູໄນເຕັດ ແລະ “ຜີສາດແດງ” ແມນເຊັສເຕີ ຢູໄນເຕັດ ກ່ອນທີ່ຜົນຈະຈົບລົງດ້ວຍໄຊຊະນະຂອງທີມຢາມ ​ທີ່​ບຸກ​ເອົາ​ຊະ​ນະ​ມັນ​ໄປໄດ້ຢ່າງ​ສຸດເດືອດ 4-2​

ເຊິ່ງອີກຈຸດເດັ່ນທີ່ສຳຄັນໃນເກມນີ້ ແມ່ນການທີ່ແຟນບານຂອງ ລີດສ໌ ບາງສ່ວນ ໄດ້ຖິ້ມສິ່ງຂອງລົງສະໜາມຈົນເຮັດໃຫ້ ແອນໂທນີ່ ອີ່ແຣັງກ້າ ປີກດາວຮຸ່ງຂອງທີມ ແມນເຊັສເຕີ ຢູໄນເຕັດ ບາດເຈັບທີ່ຫົວເຮັດໃຫ້ ຣາຟ ຣັງນິກ ຄູຝຶກຂອງ ຜີສາດແດງ ສະແດງຄວາມບໍ່ພໍໃຈຫຼາຍ

ຈົນ​ລ່າສຸດ​ ໂຄສົກຂອງ ລີດສ໌ ຢູຳນເຕັດ ໄດ້ອອກຖະແຫຼງການຢືນຢັນວ່າ ຈະມີການສັ່ງຫ້າມແຟນບານຕະຫຼອດຊີວິດທັນທີ ຫາກສາມາດລະບຸຜູ້ທີ່ກະທໍາຜິດຢູ່ໃນສະໜາມໄດ້ ​ໂດຍຂະນະນີ້ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ເຕັມທີ່​ກັບ​ຕຳຫຼວດເພື່ອຂະຫຍາຍຜົນຫາຜູ້ກະທຳຜິດມາລົງໂທດໃຫ້ໄດ້

ນອກຈາກນີ້ຍັງໄດ້ລາຍງານວ່າເກມດັ່ງກ່າວ ມີການນຳກຳລັງເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາສະໜາມຫຼາຍ​ເຖິງ 900 ຄົນ ​​ເພື່ອຄຸ້ມກັນການ​ປະ​ທະ​ກັນ​ກ່ອນ​ການ​ແຂ່ງ​ຂັນ​ຂອງ​ແຟນ​ບານ ເຊິ່ງຖືວ່າເປັນສະຖິຕິສູງສຸດໃນປະຫວັດສາດຂອງບານເຕະອັງກິດອີກເຊັ່ນດຽວກັນ.