ບາງຄຸນປະໂຫຍດໜ້າຮູ້ຈາກເຫັດປວກ

ເຫັດປວກ ຖືເປັນພືດທີ່ມີປະໂຫຍດຫລາຍຕໍ່ຮ່າງກາຍຊະນິດໜຶ່ງໃນບັນດາພືດຕະກູນເຫັດ, ມີສານອາຫານຫລາຍ ເປັນຕົ້ນວິຕາມິນເບ 1, ວິຕາມິນເບ 2 ແລະ ວິຕາມິນເຊ, ຊ່ວຍຍ່ອຍອາຫານ, ຊ່ວຍເປັນຢາບຳລຸງກຳລັງ, ປິ່ນປົວອາການທ້ອງບິດ, ແກ້ອາການປຸ້ນທ້ອງປວດຮາກ, ແກ້ໄອ, ຊ່ວຍກຳຈັດຂີ້ກະເທີ່. ຖ້າກິນເຫັດປວກເປັນປະຈຳຈະຊ່ວຍປ້ອງກັນພະຍາດເບົາຫວານໄດ້, ແຕ່ເຫັດປວກເປັນພືດທີ່ເກີດເປັນຍາມເທົ່ານັ້ນ ບໍ່ໄດ້ເກີດທຸກລະດູ.
ຈາກການທົດລອງທາງການແພດພົບວ່າ : ນຳ້ທີ່ສະກັດມາຈາກເຫັດປວກສາມາດຂັດຂວາງເຊື້ອພະຍາດບາງຊະນິດໄດ້ ເຊັ່ນ : ເຊື້ອໄທຟອຍ.
ໃນທຸກໆທ້າຍລະດູຝົນເລີ່ມຕົ້ນເຂົ້າສູ່ລະດູໜາວ ຫລື ຕົ້ນລະດູຝົນ ກໍມັກຈະມີເຫັດບາງຊະນິດປົ່ງຂຶ້ນໃຫ້ໄດ້ເກັບ ຫລື ຊື້ມາກິນເປັນອາຫານ ເຊິ່ງເຫັດປວກນັ້ນກໍເກີດຕາມທຳມະຊາດທີ່ມີອຸນຫະພູມ ຫລື ຄວາມປຽກຊຸ່ມທ່ີເໝາະສົມ ແລະ ເຫັນຫລາຍແມ່ນຢູ່ໃນປ່າບ່ອນທີ່ມີຈອມປວກ ຫລື ໂພນປວກ. ສະນັ້ນ ຈຶ່ງພາກັນເອີ້ນຊື່ເຫັດຊະນິດນີ້ວ່າ ເຫັດປວກ.
ເຫັດເປັນພືດທີ່ຄົນລາວເຮົາຮູ້ຈັກກັນມາແຕ່ດົນນານ ແລະ ມີຫລາຍປະເພດ ເຊິ່ງແຕ່ລະປະເພດກໍໃຫ້ປະໂຫຍດ ແລະ ໂທດແຕກ ຕ່າງກັນໄປ. ສະນັ້ນ, ການເລືອກກິນເຫັດຈຶ່ງຄວນສຶກສາຊະນິດ ຫລື ເຫັດແຕ່ລະປະເພດໃຫ້ດີກ່ອນ ເພື່ອປ້ອງກັນບັນຫາເຫັດເບື່ອ ເຊິ່ງສາມາດເປັນອັນຕະລາຍເຖິງຊີວິດໄດ້.

