ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊຸກຍູ້ຕິດຕາມການເຈັດເກັບລາຍຮັບຢູ່ແຂວງບໍລິຄຳໄຊ

ວັນທີ 18 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມສະໂມສອນປົກຄອງແຂວງລິຄຳໄຊ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມການຈັດເກັບລາຍຮັບງົບປະມານແຫ່ງລັດຢູ່ແຂວງບໍລິຄຳໄຊ, ໂດຍມີທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂະແໜງການທີ່ປີ່ນອ້ອມພະແນກການເງິນແຂວງບໍລິຄຳໄຊເຂົ້າຮ່ວມ.

ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງບໍລິຄຳໄຊ ໄດ້ລາຍງານສະພາບໂດຍລວມສະພາບການຄູ້ມຄອງຈັດເກັບລາຍຮັບງົບປະມານຢູ່ແຂວງບໍລິຄຳໄຊໃນໄລຍະປີ 2021 ຜ່ານມາໂດຍຍົກໃຫ້ເຫັນສິ່ງທ້າທາຍ, ພົບຄວາມຫຍູ້ງຍາກຫຼາຍພໍສົມຄວນໂດຍອີງໃສ່ສະພາບເງື່ອນໄຂທາງດ້ານເສດຖະກິດບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຈັດເກັບລາຍຮັບເຂົ້າງົບປະມານທາງກົງ ແລະ ທາງອ້ອມຫຼີກລ້ຽງບໍ່ໄດ້.

ຜ່ານການຈັດຕັ້ງປະຕິບັດເຫັນວ່າລາຍຮັບພູດລວມທົ່ວແຂວງ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້ ປະຕິບັດໄດ້ພຽງ 61,84% ຫຼຸດແຜນ 38,16%. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 50,60%, ຫຼຸດແຜນ 49,40% ເປັນເງິນ 345,98 ຕື້ກີບ, ສ່ວນລາຍຮັບພູດທ້ອງຖິ່ນແມ່ນປະຕິບັດໄດ້ລື່ນແຜນ 1,21% ເປັນເງິນ 2,41 ຕື້ກີບ, ສາຍເຫດທີ່ບໍ່ສາມາດຈັດເກັບລາຍຮັບໄດ້ຕາມແຜນການຍ້ອນການວາງຕົວເລກສູງກວ່າຖານລາຍຮັບທີ່ມີພາຍໃນແຂວງ, ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຜູ້ປະກອບການທຸລະກິດນໍາເຂົ້າ-ສົ່ງອອກພົບຄວາມຫຍູ້ງຍາກບາງກິດຈະການຢຸດຕິຊົ່ວຄາວ, ການນຳເຂົ້າ-ສົ່ງອອກສິນຄ້າບາງປະເພດແມ່ນນອນໃນຮູບແບບສິນຄ້າສົ່ງເສີມການລົງທຶນຍົກເວັ້ນການເກັບພາສີ,ອາກອນໃນກອບສັນຍາ 2 ຝ່າຍ, ກອບອາຊຽນ, ກອບການຄ້າເສລີ.ດ້າຍລາຍຈ່າຍແມ່ນປະຕິບັດຕາມກອບແຜນສະພາຮັບຮອງ ແລະ ນິຕິກຳກະຊວງການເງິນວາງອອກຢ່າງເຂັ້ມງວດ ໂດຍສູມໃສ່ການປະຕິບັດລາຍຈ່າຍເງິນເດືອນ-ເງິນອູດໜູນໃຫ້ພະນັກງານເປັນບູລິມະສິດທັນຕາມກຳນົດເວລາທຸກໆເດືອນ.

ພ້ອມນັ້ນຍັງໄດ້ສະເໜີທິດທາງລວມ ແລະ ຄາດໝາຍສູ້ຊົນແຜນຈັດເກັບລາຍຮັບງົບປະມານແຫ່ງລັດປະ ຈຳປີ 2022 ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຫົວໜ້າກົມຕ່າງໆທີ່ມາຈາກກະຊວງການເງິນ ໂດຍຍົກໃຫ້ເຫັນແບບແຜນ, ວີທີການ,ມາດຕະການການຈັດເກັບລາຍຮັບທີ່ຈະເປັນບ່ອນອີງເພື່ອແນໃສ່ການແກ້ໄຂບັນຫາຂໍ້ຄົງຄ້າງໃນປີຜ່ານມາ.

ກອງປະຊຸມຄັ້ງນີ້ຍັງໄດ້ຖືເອົາບັນຫາກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນຢູ່ແຂວງບໍລິຄຳໄຊຕິດພັນກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດໃນປີ 2022 ສອດຄ່ອງກັບເງື່ອນໄຂ, ທ່າແຮງບົ່ມຊ້ອນໃນດ້ານຕ່າງໆທີ່ມີປະກອບມີ 4 ແຜນວຽກວຽກຈຸດສຸມ, 18 ທິດທາງ, 14 ມາດຕະການແກ້ໄຂ ແລະ 83 ຄາດໝາຍວຽກລະອຽດ, ຕ້ອງເດັດຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຕິດພັນກັບພະນັກງານໃນຂະແໜງການເງິນຢ່າງຈິງຈັງເຄັ່ງຄັດປະຕິບັດວິໄນຕໍ່ຜູ້ລະເມີດ ຫຼື ກະທຳຜິດຕາມກົດໝາຍ ແລະ ລະບຽບ ການຕ່າງໆທີ່ກ່ຽວຂ້ອງ, ຍ້ອງຍໍສັນລະເສີນຕໍ່ຜູ້ທີ່ມີຜົນງານເຮັດແທ້ທຳຈິງ.

ໃນຕອນທ້າຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັບທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນບັນດາມາດຕະການຈັດຕັ້ງປະຕິບັດວາລະແຫ່ງຊາດແຜນງົບປະມານແຫ່ງລັດປີ 2022 ແລະ ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນຂັ້ນທ້ອງຖິ່ນຕື່ມອີກ.