ສອງສະມາຄົມນັກຂ່າວ ລາວ-ໄທ ຢືນຢັນ 2 ປີຕໍ່ໜ້າ ຈະເພີ່ມທະວີພັດທະນາການຮ່ວມມືຫລາຍດ້ານ

ໃນກອງປະຊຸມຜ່ານລະບົບສື່ສານເອເລັກໂຕຣນິກລະຫວ່າງທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະ ມາຄົມນັກຂ່າວແຫ່ງສປປລາວ ແລະ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ພ້ອມດ້ວຍຄະນະສອງຝ່າຍໃນວັນທີ 21 ກຸມພານີ້, ທັງສອງສະມາຄົມ ໄດ້ບັນລຸການລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂດຍຢືນຢັນຈະພັດທະນາ, ຮ່ວມມື, ປະສານການຮ່ວມມືຝຶກອົບຮົມແລະ ການສໍາມະນາ ເພື່ອຖອດຖອນບົດຮຽນກ່ຽວກັບສື່ໃໝ່(NEW MEDIA) ລວມເຖິງເຕັກໂນໂລຊີຂໍ້ມູນຂ່າວ ສານ(IT) ໃນລະດັບຜູ້ບໍລິຫານອົງການສື່ມວນຊົນ.

ໃນບົດບັນທຶກດັ່ງກ່າວ, ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ຍິນດີຈະພັດທະນາການຮ່ວມມືການປະຕິບັດວຽກງານຮ່ວມກັນ ໂດຍຈະຈັດຝຶກອົບຮົມວຽກຂ່າວໃຫ້ແກ່ນັກຂ່າວລາວ ທີ່ປະຕິບັດໜ້າທີ່ຢູ່ທ້ອງຖິ່ນຕ່າງໆ. ຂະນະດຽວກັນສອງສະມາຄົມນັກຂ່າວຍິນດີໃຫ້ຄໍາແນະນໍາສະໜັບສະໜູນການຫາຂໍ້ມູນໃນກໍລະນີທີ່ສື່ມວນຊົນທັງສອງປະເທດເຂົ້າ ຫລື ອອກໄປປະຕິບັດໜ້າທີ່ຢູ່ປະເທດໄທ ແລະ ລາວ ຕາມການປະສານສົມທົບກັນ. ພ້ອມນີ້ຍັງເຫັນດີສືບຕໍ່ເລັ່ງປັບປຸງເນື້ອໃນປຶ້ມຄູ່ມືສື່ມວນຊົນລາວ-ໄທ ແລະ ໄທ-ລາວ ໂດຍຜະລິດໃນຮູບແບບ E-book ເຜີຍແຜ່ທາງເວັບໄຊ ຫລື Facebook ຂອງແຕ່ລະສະມາຄົມ ແລະ ໃຫ້ປັບປຸງໃຫ້ທັນສະໄໝແຕ່ລະໄລຍະຕາມຄວາມເໝາະສົມ ທັງເປັນເອກະພາບປະສານຄວາມສໍາພັນໃນພາລະກິດສື່ລະດັບນານາຊາດ ລວມເຖິງການຂັບເຄື່ອນໃນຖານະສະມາຊິກຂອງສະມາພັນນັກຂ່າວນັກໜັງສືພິມແຫ່ງອາຊຽນ.

Black Nikon Dslr Camera Beside Person's Hands

ນອກນີ້ ຍັງຢືນຢັນແລກປ່ຽນຄະນະຜູ້ແທນ ສອງສະມາຄົມຢ່າງໜ້ອຍປີລະ 1 ເທື່ອເພື່ອແລກປ່ຽນປະສົບການ ແລະ ປຶກສາຫາລືລາຍລະອຽດຕ່າງໆ ທີ່ຈະຊ່ວຍສົ່ງເສີມຄວາມສໍາພັນອັນດີຂອງນັກໜັງສືພິມ ແລະ ສື່ມວນຊົນຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນກ່ອນໜ້ານີ້. ປີ 2022 ຄະນະຜູ້ແທນສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມປະເທດໄທ ແລະ ປີ 2023 ຄະນະຜູ້ແທນສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ຈະເດີນທາງຢ້ຽມຢາມສປປລາວ. ພ້ອມກັນນັ້ນ, ຍັງຈະຮ່ວມມືກັນສົ່ງເສີມການຍົກລະ ດັບວິຊາຊີບໃຫ້ແກ່ນັກຂ່າວນັກໜັງສືພິມທັງສອງປະເທດ ໂດຍຜ່ານຫລັກສູດການຝຶກອົບຮົມວິຊາຊີບ ແລະ ການທັດສະນະສຶກສາຕົວຈິງດ້ານສື່ມວນຊົນ.

ແນວໃດກໍດີ 2 ປີຕໍ່ໜ້າແຕ່ວັນທີ 1 ກຸມພາ 2022 ຫາວັນທີ 31 ທັນວາ 2023, ຜູ້ຕາງໜ້າທັງສອງສະ ມາຄົມ ຈະໄດ້ແລກປ່ຽນຮຽນຮູ້, ປຶກສາຫາລືກ່ຽວກັບສະ ຖານະການຂອງສື່ມວນຊົນ ແລະ ການລາຍງານຂ່າວຂອງທັງສອງປະເທດລວມເຖິງກິດຈະກໍາທີ່ຕ້ອງປະຕິບັດຮ່ວມກັນ ບົນພື້ນຖານມິດຕະພາບ, ສາມັກຄີ, ສະເໝີພາບ, ເຄົາລົບ ເຊິ່ງກັນ ແລະ ກັນໂດຍຕ່າງຝ່າຍໃຫ້ຄໍານຶງເຖິງຜົນປະໂຫຍດຂອງທັງສອງປະເທດ.