ສັບພະຄຸນ ແລະ ປະໂຫຍດຂອງໝາກລະມຸດ 8 ຂໍ້

+ ຄຸນຄ່າທາງໂພຊະນາການຂອງໝາກລະມຸດ ຕໍ່ 100 ກຣາມ ມີດັ່ງນີ້ :
- ພະລັງງານ 83 ກິໂລກາລໍຣີ.
- ຄາໂບໄຮເດຣດ 19,96 ກຣາມ.
- ເສັ້ນໄຍ 5,3 ກຣາມ.
- ໄຂມັນ 1,1 ກຣາມ.
- ໂປຣຕິນ 0,44 ກຣາມ.
- ວິຕາມິນ B2 0,02 ມິນລີກຣາມ 2%.
- ວິຕາມິນ B3 0,2 ມິນລີກຣາມ 1%.
- ວິຕາມິນ B5 0,252 ມິນລີກຣາມ 5%.
- ວິຕາມິນ B6 0,037 ມິນລີກຣາມ 3%.
- ວິຕາມິນ B9 14 ໄມໂຄຣກຣາມ 4%.
- ວິຕາມິນ C 14,7 ມິນລີກຣາມ 18%.
- ທາດການຊຽມ 21 ມິນລີກຣາມ 2%.
- ທາດເຫລັກ 0,8 ມິນລີກຣາມ 6%.
- ທາດແມັກນີຊຽມ 12 ມິນລີກຣາມ 2%.
- ທາດຟົສຟໍ 12 ມິນລີກຣາມ 2%.
- ທາດໂປຕັສຊຽມ 193 ມິນລີກຣາມ 4%.
- ທາດໂຊດຽມ 12 ມິນລີກຣາມ 1%.
- ທາດສັງກະສີ 0,1 ມິນລີກຣາມ 1%.
- ໝາກລະມຸດ ມີວິຕາມິນ C ຫລາຍ ຈຶ່ງຊ່ວຍເສີມສ້າງພູມຕ້ານທານພະຍາດ ແລະ ຊ່ວຍປ້ອງກັນໄຂ້ຫວັດໄດ້.
- ແກ່ນ ຫລື ໃນໝາກລະມຸດ ໃຊ້ເປັນຢາບຳລຸງກຳລັງ.
- ການກິນໝາກລະມຸດຈະຊ່ວຍໃຫ້ຮູ້ສຶກສົດຊື່ນຂຶ້ນ.
- ເປືອກຈາກລຳຕົ້ນຂອງໝາກລະມຸດເອົາມາຕົ້ມກິນເປັນຢາແກ້ອາການທ້ອງບິດໄດ້.
- ຢາງຕົ້ນໝາກລະມຸດໃຊ້ເປັນຢາຂ້າແມ່ທ້ອງຊະນິດຮຸນແຮງ.
- ໝາກລະມຸດເປັນໝາກໄມ້ທີ່ມີເສັ້ນໄຍຫລາຍ ຈຶ່ງຊ່ວຍໃນການຂັບຖ່າຍ ແລະ ປ້ອງກັນອາການຖ່າຍຍາກໄດ້ເປັນຢ່າງດີ ແລະ ຍັງຊ່ວຍປ້ອງກັນການເກີດພະຍາດມະເຮັງລຳໄສ້ໄດ້ນຳອີກ.
- ໃຊ້ກິນເປັນໝາກໄມ້ສົດ, ຂອງຫວານ, ເຮັດເຫລົ້າແວັງ ຫລື ເຮັດນຳ້ປັ່ນໝາກລະມຸດ.
- ຢາງທີ່ມີສີຂາວທຸກພາກສ່ວນຂອງລຳຕົ້ນສາມາດເອົາໄປໃຊ້ເຮັດໝາກຝຣັ່ງ ແລະ ເກີບບູ໊ດໄດ້.
- ໝາກລະມຸດເປັນໝາກໄມ້ລົດຊາດຫວານຫລາຍ ຜູ້ທີ່ເປັນພະຍາດເບົາຫວານ ຄວນບໍລິໂພກພຽງເລັກນ້ອຍ ແລະ ດົນໆກິນເທື່ອໜຶ່ງ ແລະ ບໍ່ຄວນໃຫ້ເດັກນ້ອຍກິນໝາກລະມຸດໂດຍລຳພັງ ຫາກຢາກໃຫ້ເດັກນ້ອຍກິນຄວນເອົາແກ່ນອອກກ່ອນ ພ້ອມທັງຊອຍເປັນປ່ຽງນ້ອຍໆພໍດີຄຳທີ່ເດັກນ້ອຍສາມາດຫຍຳ້ໄດ້ ເນື່ອງຈາກແກ່ນຂອງໝາກລະມຸດມີຄວາມມື່ນ ແລະ ມີໂອກາດຈະຫລຸດເຂົ້າໄປໃນຫລອດລົມໄດ້ງ່າຍ ໂດຍສະເພາະຢ່າງຍິ່ງແມ່ນເດັກນ້ອຍທີ່ຫາກໍມີແຂ້ວນຳ້ນົມປົ່ງຍັງບໍ່ຄົບ ກໍຄວນຈະບົດໃຫ້ແຫລວ ແລະ ບໍ່ຄວນປ້ອນອາຫານດ້ວຍຄວາມຟ້າວຟັ່ງ ເພາະເດັກນ້ອຍອາດຈະສະໝັກຕິດຄໍໄດ້.
- ເຄັດລັບການເລືອກຊື້ໝາກລະມຸດ ຢ່າງທຳອິດໃຫ້ລອງຈັບບາຍຜິວເບົາໆ ຖ້າຜິວບໍ່ນຸ້ມຫລາຍກໍໃຊ້ໄດ້, ລັກສະນະພາຍນອກຂອງຜິວເປືອກກ້ຽງກົມ, ມີສີນຳ້ຕານເປັນທຳມະຊາດ ແລະ ຂັ້ວນບໍ່ຫັກ ກໍຈະໄດ້ໝາກລະມຸດຄຸນນະພາບດີໆແລ້ວ.

