ຄໍາສອນດີໆ ເກັບໄວ້ສອນຕົນເອງ (ຕໍ່)

- ຖ້າເຈົ້າຮື້ຊິ້ນສ່ວນອອກມາປະກອບໃຫມ່ ຈະມີນັອດເຫຼືອສະເໝີ, ເລກເດັດ ທີ່ເຮົາບໍ່ຊື້ ຄືເລກທີ່ຈະອອກງວດນັ້ນ ແລະ ຫວຍທີ່ເຮົາຊື້ມັກໃກ້ຄຽງກັບຫວຍທີ່ອອກ ຫາກໄດ້ບວກ, ລົບ, ຄູນ ແລະ ຫານດ້ວຍເລກຫຍັງຈັກໂຕ ຫຼື ກັບໜ້າກັບຫຼັງ ແຕ່ຖ້າເຮົາຊື້ເລກກັບກັນ ມັນຈະອອກເລກກົງ ແລະ ຖ້າເຮົາຊື້ ທັງສອງແບບມັນຈະບໍ່ອອກເລີຍ.
- ເຄື່ອງໃຊ້ທີ່ເຮົາເຫັນທຸກວັນ ຈະບໍ່ເຫັນໃນຍາມທີ່ເຮົາຕ້ອງການໃຊ້.
- ທຸກຄໍາຕອບມັນຈະສ້າງບັນຫາໃຫມ່ສະເໝີ.
- ເມື່ອໃດກໍຕາມທີ່ເຈົ້າຕັ້ງໃຈຈະເຮັດສິ່ງໃດສິ່ງໜ່ຶງ ສິ່ງທີ່ເຈົ້າຈະສໍາເລັດເປັນອັນດັບທໍາອິດກໍມັກຈະເປັນສິ່ງອື່ນສະເໝີ.
- ເປັນໄປບໍ່ໄດ້ທີ່ຈະເຮັດຫຍັງທີ່ທຸກຄົນສາມາດເຂົ້າໃຈໄດ້ຖືກຕ້ອງ ແລະ ກົງກັນໝົດ.
- ບໍ່ມີສິ່ງໃດສົມບູນແບບ ທຸກຢ່າງມີຂໍ້ບົກພ່ອງສະເໝີ.
- ຖ້າປ່ອຍໃຫ້ທຸກສິ່ງເປັັນໄປຕາມຍະຖາກໍາ ສະຖານະການມັກຈະໂຫດຮ້າຍເພີ່ມຂຶ້ນສະເໝີ.
- ຖ້າເຈົ້າປະເມີນວ່າມີຄວາມເປັນໄປໄດ້ 4 ຢ່າງທີ່ຈະເຮັດໃຫ້ເກີດຄວາມຜິດພາດ ແລະ ໄດ້ດໍາເນີນການປ້ອງກັນໄວ້ຮຽບຮ້ອຍແລ້ວ ຂໍໃຫ້ຄິດເຖິງວ່າຈະມີຄວາມເປັນໄປໄດ້ຢ່າງທີ 5 ທີ່ຈະເຮັດໃຫ້ເກີດຄວາມຜິດພາດໂດຍທີ່ເຈົ້າບໍ່ໄດ້ປ້ອງກັນໄວ້.
- ອັນໃດກໍຕາມທີ່ຄວາມຜິດພາດເປັນສິ່ງທີ່ຍອມໃຫ້ເກີດບໍ່ໄດ້ ກໍມັກຈະເກີດຄວາມຜິດພາດສະເໝີ.
- ຖ້າຫາກມີຄວາມເປັນໄປໄດ້ທີ່ແມ່ນຫຍັງບາງຢ່າງຈະຜິດພາດ ຂໍໃຫ້ລະວັງໄວ້ວ່າ ອັນໃດບາງຢ່າງມັກຈະເປັນສິ່ງທີ່ກໍ່ໃຫ້ເກີດຄວາມເສຍຫາຍໃຫ້ໄດ້ຫຼາຍທີ່ສຸດ ຫຼື ອີກຢ່າງໜຶ່ງກໍຄື ໃນຊ່ວງພາວະທີ່ວິກິດທີ່ສຸດ ທີ່ບໍ່ຄວນຈະເກີດຄວາມຜິດພາດເລີຍ ຄວາມຜິດພາດມັກຈະເກີດໃນຕອນນັ້ນ.
- ຖ້າມີຫຍັງທີ່ສາມາດຜິດພາດໄດ້ ກໍມັກຈະເກີດຄວາມຜິດພາດສະເໝີ.
- ທຸກຢ່າງຕ້ອງການເວລາໃນການແກ້ໄຂຫຼາຍກວ່າທີ່ເຈົ້າຄິດ.
- ທຸກຢ່າງບໍ່ງ່າຍຄືທີ່ເຫັນ.
- ໂລກມົນໆໜ່ວຍນີ້ບໍ່ມີຫຍັງໄດ້ມາຟຣີໆ, ຂອງຟຣີບໍ່ເຄີຍມີ ຂອງດີບໍ່ເຄີຍຖືກ.
- ຢູ່ໃຫ້ໄວ້ໃຈ ໄປໃຫ້ຄິດຮອດ.
- ຄົນເຮົາຕ້ອງເດີນໜ້າ ເວລາກໍຍັງເດີນໜ້າ.
- ຍິ່ງມີໃຈສັດທາ ຍິ່ງມີສາຍຕາທີ່ເຢືອກເຢັນ.
- ຄົນເຮົາເມື່ອຕົວຕາຍກໍຕ້ອງລົງດິນ
- ທໍ້ແທ້ໄດ້ ແຕ່ຢ່າທໍ້ຖອຍ, ອິດສາໄດ້ ແຕ່ຢ່າລິດສະຫຍາ, ພັກໄດ້ ແຕ່ຢ່າຢຸດ.
- ເຫດຜົນຂອງຄົນໆໜຶ່ງ ອາດບໍ່ແມ່ນຂອງຄົນ ອີກຄົນໜຶ່ງ.
- ຖ້າບໍ່ລອງກ້າວ ຈະບໍ່ມີວັນຮູ້ໄດ້ວ່າ ຂ້າງໜ້າເປັນແນວໃດ,
- ບັນຫາທຸກຢ່າງຢູ່ທີ່ໂຕເຮົາທັງໝົດ.
- ຈະເຫັນຄ່າຂອງຄວາມອົບອຸ່ນ ເມື່ອຜ່ານຄວາມເນັດໜາວມາແລ້ວ.
- ອັນຕະລາຍທີ່ສຸດຄືການຄາດຫວັງ.
- ເລີ່ມຕົ້ນດີແລ້ວ ລົງທ້າຍກໍຕ້ອງດີດ້ວຍ.
- ຢ່າຍອມແພ້ ຖ້າຍັງບໍ່ໄດ້ພະຍາຍາຢ່າງເຕັມທີ່.
- ຈົ່ງໃຊ້ສະຕິ ຢ່າໃຊ້ອາລົມ.
- ເບື້ອງຫລັງຄວາມເຂັ້ມແຂງ ສົມຄວນມີຄວາມອ່ອນໂຍນ.
- ບໍ່ມີຄໍາວ່າບັງເອີນ ໃນເລື່ອງຂອງຄວາມຮັກ ມີແຕ່ວ່າຕັ້ງໃຈ.
- ຍິນດີກັບສິ່ງທີ່ໄດ້ມາ ແລະ ຍອມຮັບກັບສິ່ງທີ່ເສຍໄປ.
- ຫລັງພາຍພາຍຸຜ່ານໄປ ຟ້າຍ່ອມສົດໃສສະເໝີ.
- ຫລັງຜ່ານບັນຫາ ຈະຮູ້ວ່າບັນຫານັ້ນເລັກນ້ອຍ.
- ມີແຕ່ວັນນີ້ມີຄ່າ ບໍ່ມີວັນໜ້າ ວັນຫຼັງ.
- ຢ່າຫວັງວ່າຈະໄດ້ຮັບຄວາມຮັກຈາກຄົນທີ່ເຈົ້າຮັກ ເພາະຄົນທີ່ເຈົ້າຮັກ ບໍ່ໄດ້ຮັກເຈົ້າໝົດທຸກຄົນ.
- ເພື່ອນທົ່ວໄປ ບໍ່ເຫັນເຈົ້າຮ້ອງໄຫ້, ເພື່ອນແທ້ ມີບ່າໄຫຼໄວ້ຄອຍຊັບນໍ້າຕາໃຫ້, ເພື່ອນທົ່ວໄປ ຖືສິ່ງມືນເມົາຕິດມືມາງານລ້ຽງຂອງເຈົ້າ, ເພື່ອນແທ້ ຈະມາແຕ່ຫົວແລງເພື່ອຊ່ວຍກຽມງານ, ເພື່ອນທົ່ວໄປຄາດຫວັງໃຫ້ເຈົ້າຄຽງຂ້າງເຂົາສະເໝີ, ເພື່ອນແທ້ ຄາດຫວັງທີ່ຈະຢູ່ຄຽງຂ້າງເຈົ້າຕະຫຼອດໄປ ແລະ ເພື່ອນທົ່ວໄປ ເຂົ້າຫາຜົນປະໂຫຍດ ທີ່ໄດ້ຮັບຈາກເຈົ້າ.
- ພະຍາຍາມຄິດລໍ້າໜ້າກວ່າຄົນອື່ນໆ ໄປສອງກ້າວ.
- ຈົ່ງເບິ່ງໄປຂ້າງໜ້າ ເພື່ອກໍ່ຄວາມຫວັງ, ຈົງເບິ່ງໄປທາງຫຼັງ ເພື່ອແກ້ຄວາມຜິດ, ຖ້້າບໍ່ມີຄວາມຫວັງ ກໍເໝືອນຄົນສິ້ນຄິດ, ຖ້າບໍ່ມີຄວາມຜິດ ກໍເໝືອນບໍ່ແມ່ນຄົນ.

