ເພື່ອຊີວິດທີ່ດີກວ່າ, ຟານເດິເບັກ ແຈ້ງແມນຢູຢາກຍ້າຍມາເອຟເວີຕັນຖາວອນ

ດອນນີ ຟານເດີ ເບັກ ກອງກາງຕົວຢືມຂອງ ເອຟເວີຕັນ ຕັ້ງໃຈອຳລາ ແມນເຊສເຕີ ຢູໄນເຕັດ ແບບຖາວອນ ເພື່ອໄປຫລິນໃຫ້ ເອຟເວີຕັນ ຫລັງຈົບລະດູການນີ້ ແຕ່ມີຂໍ້ແມ້ວ່າທັງສອງສະໂມສອນຕ້ອງຕົກລົງຄ່າຕົວກັນໄດ້ ແລະ ເອຟເວີຕັນ ຕ້ອງບໍ່ຕົກຊັ້ນ.
ດອນນີ ຟານ ເດີ ເບັກ ກອງກາງທີມຊາດເນເທີແລນ ໄດ້ແຈ້ງກັບ ແມນເຊສເຕີ ຢູໄນເຕັດ ວ່າຕ້ອງການຍ້າຍໄປຢູ່ກັບ ເອຟເວີຕັນ ແບບຖາວອນໃນໄລຍະລະດູການນີ້ ຫາກ ເອຟເວີຕັນ ບໍ່ຕົກຊັ້ນໃນພຣີເມຍລີກ ອັງກິດ.
ດາວເຕະທີມຊາດເນເທີແລນ ບໍ່ປະສົບຄວາມສຳເລັດກັບ ແມນຢູ ນັບແຕ່ຍ້າຍມາຈາກ ອາແຈັກ ອຳສະເຕີດຳ ເມື່ອປີ 2020 ດ້ວຍລາຄາ 35 ລ້ານປອນ ໂດຍເຊັນສັນຍາຢູ່ກັບທີມໄປຈົນເຖິງປີ 2026.
ຈາກສະຖານະການດັ່ງກ່າວເຮັດໃຫ້ ຟານ ເດິ ເບັກ ຕັດສິນໃຈຍ້າຍໄປຫລິ້ນກັບ ເອຟເວີຕັນ ແບບຢືມຕົວ ໃນເດືອນມັງກອນຜ່ານມາ ແລະກໍສະແດງຜົນງານໄດ້ດີຈົນ ແຟຣັງ ແລມພາດ ຜູ້ຈັດການທີມກ່າວຍ້ອງຍໍຜົນງານຢູ່ສະເຫມີ.
ແນ່ນອນວ່າ ນັກເຕະບໍ່ຢາກກັບໄປຢູ່ກັບ ແມນຢູ ແລະ ຕ້ອງນັ່ງສຳຮອງອົດທົນອີກຕໍ່ໄປ ດ້ວຍເຫດນີ້ລາວຕັ້ງໃຈທີ່ຈະຫລິ້ນຢູ່ໃນຖິ່ນ ກູດີສັນ ພາກ ແບບຖາວອນ.

