ຄາດວ່າອີກ 2 ອາທິດຕໍ່ໜ້ານີ້ ບໍລິສັດລົດໄຟລາວ-ຈີນ ຈະເປີດ ບ່ອນຂາຍປີ້ຜູ້ໂດຍສານຢູ່ອາຄານສູນການຄ້າວຽງຈັນເຊັນເຕີນະຄອນຫລວງວຽງຈັນ

ທ່ານ ວົງທອງ ສຸພັນທອງ, ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຖະແຫລງຕໍ່ສື່ມວນຊົນ ວັນທີ 18 ກຸມພາ 2022 ນີ້ ນີ້ວ່າ:
ເພື່ອເຮັດໃຫ້ຊ່ອງທາງຂາຍປີ້້ດີຂຶ້ນຕື່ມອີກ ແລະ ເຮັດໃຫ້ວຽກງານຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ກຳນົດບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດຢູ່ນະຄອນຫລວງວຽງຈັນ ເພື່ອຂາຍປີ້ລົດໄຟເພື່ອ ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ.
ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຂັ້ນໜຶ່ງຂອງອາຄານສູນການຄ້າເຊັນເຕີວຽງຈັນ, ຂາຍປີ້ລົດໄຟ 3 ວັນລ່ວງໜ້າ ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫລວງພະບາງ.
ປັດຈຸບັນ, ສະຖານທີ່ຍັງຢູ່ໃນຂັ້ນຕອນການຕົກແຕ່ງ ແລະ ຕິດຕັ້ງອຸປະກອນຕ່າງໆ ຕາດວ່າຈະສພເລັດ ແລະ ໃຫ້ບໍລິການອີກ 2 ອາທິດຕໍ່ໜ້ານີ້.

