ລາວ-ຫວຽດນາມເພີ່ມທະວີການຮ່ວມມືດ້ານວຽກງານແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມສຳມະນາວິຊາການກ່ຽວກັບວຽກງານຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຈັດຂຶ້ນໃນວັນທີ 3 ສິງຫານີ້ທີ່ ສສ.ຫວຽດນາມ, ຄະນະຜູ້ແທນລາວນຳໂດຍທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຝ່າຍຫວຽດນາມນຳໂດຍທ່ານ ຢວນເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ເສຍອົງຄະ ແລະ ສັງຄົມ, ເພື່ອເປັນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມຄັ້ງທີ 5 ທີ່ຈະໄຂຂຶ້ນໃນວັນທີ 4 ສິງຫານີ້ທີ່ ສສ.ຫວຽດນາມ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ພ້ອມກັນທົບທວນກ່ຽວກັບຜົນສຳເລັດການຈັດຕັ້ງປະຕິບັດບັນດາເນື້ອໃນສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກກອງປະຊຸມລັດຖະມົນຕີດ້ານແຮງງານ ແລະ ສະຫວັດດີການສັງຄົມຄັ້ງທີ IV ປີ 2015 ຜ່ານມາ, ຊຶ່ງເຫັນວ່າມີຜົນສຳເລັດຫລາຍດ້ານທີ່ຍາດມາໄດ້, ພ້ອມຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄົງຄ້າງຕ່າງໆ ທີ່ສອງຝ່າຍຈະຕ້ອງໄດ້ພ້ອມກັນແກ້ໄຂ ແລະ ຖອດຖອນບົດຮຽນໃຫ້ແກ່ການກຳນົດແຜນການຮ່ວມມືໃນ 2 ປີຕໍ່ໜ້າໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງຂອງສອງຂະແໜງການ.
ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ກ່າວວ່າ: ສອງຝ່າຍໄດ້ເຫັນດີສືບຕໍ່ຈັດກອງປະຊຸມສຳມະນາວິຊາການຕື່ມອີກ ເພື່ອພ້ອມກັນລົງເລິກຄົ້ນຄ້ວາ, ປຶກສາຫາລືແລກປ່ຽນຄຳຄິດເຫັນຕໍ່ບັນດາຫົວຂໍ້ທີ່ກອງປະຊຸມກຳນົດໄວ້ ເຊັ່ນ: ກຸ່ມວຽກແຮງງານ, ກຸ່ມວຽກສັງຄົມ, ກຸ່ມວຽກພັດທະນາຊັບພະຍາກອນມະນຸດ ແລະ ກຸ່ມຄຸ້ມຄອງບໍລິຫານ, ແຜນການ ແລະ ການຮ່ວມມື, ໂດຍເຊື່ອໝັ້ນວ່າຄະນະຜູ້ແທນສອງຝ່າຍຈະເພີ່ມທະວີຄວາມຮັບຜິດຊອບໃນການແລກປ່ຽນບົດຮຽນດ້ານຕ່າງໆ ເພື່ອຊອກໃຫ້ເຫັນເນື້ອໃນບັນຫາ ທີ່ຈຳເປັນໃນການສືບຕໍ່ຮ່ວມມືກັນໃຫ້ມີຄວາມໜັກແໜ້ນ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ.

