ເດືອນດຽວມີປາກົດການຫຍໍ້ທໍ້ເກີດຂຶ້ນຢູ່ເສັ້ນທາງລົດໄຟ ລາວ-ຈີນ 37 ເລື່ອງ

ທ່ານ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ 5 ປີໂດຍສະເພາະການປ້ອງກັນການຂົນສົ່ງລົດໄຟ ລາວ-ຈີນໃນວັນທີ 10 ກຸມພາ 2022 ວ່າ: ແຕ່ວັນທີ 4 ທັນວາ 2021 ຫາ ວັນທີ 31 ມັງກອນ 2022 ຢູ່ເສັ້ນທາງລົດໄຟລາວຈີນມີປາກົດການຫຍໍ້ທໍ້ເກີດຂຶ້ນ 37 ເລື່ອງ; ໃນນີ້ລັກຕັດສາຍໄຟ, ໝໍ້ແຈກໄຟຟ້າຕາມແລວທາງລົດໄຟ 12 ເລື່ອງ (ແກ້ໄຂໄດ້ 5 ເລື່ອງ), ລັກຕັດຮົ້ວແລວທາງລົດໄຟ 4 ເລື່ອງ, ສາຍສັນຍານການເດີນລົດໄຟ 2 ເລື່ອງ, ລັກໝໍ້ຕູ້ແຈກໄຟຟ້າຢູ່ອຸມົງ 2 ເລື່ອງ, ທູບທໍ່ອັດສາຍໄຟ 3 ເລື່ອງ(ຈັບຜູ້ກໍ່ເຫດບໍ່ທັນໄດ້), ລັກເຄື່ອງກໍ່ສ້າງບໍລິສັດ 10 ເລື່ອງ (ແກ້ໄຂໄດ້ 3 ເລື່ອງກັກຜູ້ກະທໍາຜິດໄດ້ 9 ຄົນ, ຍິງ 2 ຄົນ), ລົດໄຟຕໍາສັດ 3 ເທື່ອ (ໝາ, ແບ້), ຄົນນອນຢູ່ລາງລົດໄຟ 1 ເລື່ອງ, ລົດຈັກເສຍຢູ່ສະຖານີເມືອງໄຊ ແຂວງອຸດົມໄຊ 1 ຄັນ (ກັກຄົນຮ້າຍຍັງບໍ່ທັນໄດ້).

อาจเป็นรูปภาพของ 1 คน, กำลังยืน และ ชุดเครื่องแบบทหาร

ທ່ານ ພັອ ໄກສອນ ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ແກ່ການປ້ອງກັນທາງລົດໄຟລາວ-ຈີນ ຈະສືບຕໍ່ຕິດຕາມກຳ ແໜ້ນສະພາບປາກົດການຫຍໍ້ທໍ້ອາດຈະເກີດຂຶ້ນຕາມຂະບວນ, ສະຖານີ ແລະ ແລວທາງລົດໄຟ ທັງຄົ້ນຄວ້າສ້າງແຜນການປ້ອງກັນສະກັດກັ້ນ, ຕອບຕ້ານ, ແກ້ໄຂເຫດການໃຫ້ທັນເວລາ; ຊີ້ນຳພະແນກຕຳ ຫຼວດລົດໄຟແຂວງ, ນະຄອນຫຼວງ, ເມືອງທີ່ມີທາງລົດໄພຜ່ານ ສຸມໃສ່ປ້ອງກັນຄວາມສະຫງົບການຂົນສົ່ງທາງລົດໄຟຕາມຄວາມຮັບຜິດຊອບຊີ້ນໍາມະຫາພາກ; ປະສານສົມທົບແໜ້ນກັບບັນດາກະຊວງ, ບໍລິສັດລົດ ໄຟ ລາວ-ຈີນ, ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງແຕ່ສູນກາງຮອດທ້ອງຖິ່ນຕາມຄວາມຮັບຜິດຊອບ ຂອງຕົນ.

ຂະະດຽວກັນຈະສົມທົບກັບທ້ອງຖິ່ນໂຄສະນານິຕິກຳທີ່ພົວພັນເຖິງການປົກປັກຮັກສາຄວາມສະ ຫງົບທາງລົດໄຟໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນປ້ອງກັນຄວາມສະຫງົບໃນຂະບວນ, ສະ ຖານີ ແລະ ແລວທາງລົດໄຟ; ຫັດແອບວິຊາສະເພາະໃຫ້ຕຳຫຼວດລົດໄຟ ເພື່ອປະຕິບັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ແກ່ການຂົນສົ່ງທາງລົດໄຟ.

อาจเป็นรูปภาพของ 4 คน และ ข้อความ